logo

ເຫດຖີ້ມ​ລະ​ເບີດ​ໃສ່​ລົດ​ຕຳຫຼວດ​ຢູ່ ປາ​ກິດ​ສະ​ຖານ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ

2026/1/13 | 09:23:29
(VOVWORLD) - ຕາມຕຳຫຼວດທ້ອງຖິ່ນແລ້ວ,  ມີອຸປະກອນລະເບີດທີ່ໄດ້ບັນຊາແຕ່ໄກ ໄດ້ລະເບີດຂຶ້ນໃກ້ກັບລົດຕຳຫຼວດຢູ່ເຂດ Gomal, ເມືອງ Tank, ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດຢູ່ກັບທີ, ໃນຂະນະນັ້ນມີອີກ 2 ຄົນກໍບໍ່ສາມາດລອດຕາຍ ພາຍຫຼັງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ. 

ວັນທີ 12 ມັງກອນ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີຕຳຫຼວດ 7 ຄົນ ເສຍຊີວິດໃນເຫດຖີ້ມລະເບີດແບບມີຈຸດປະສົງ ເລັ່ງໃສ່ລົດຕຳຫຼວດຢູ່ແຂວງ Khyber Pakhtunkhwa, ເຂດຕາເວັນຕົກສ່ຽງເໜືອປະເທດນີ້. ຕາມຕຳຫຼວດທ້ອງຖິ່ນແລ້ວ, ມີອຸປະກອນລະເບີດທີ່ໄດ້ບັນຊາແຕ່ໄກ ໄດ້ລະເບີດຂຶ້ນໃກ້ກັບລົດຕຳຫຼວດຢູ່ເຂດ Gomal, ເມືອງ Tank, ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດຢູ່ກັບທີ, ໃນຂະນະນັ້ນມີອີກ 2 ຄົນກໍບໍ່ສາມາດລອດຕາຍ ພາຍຫຼັງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ. ນອກຈາກຈຳນວນຜູ້ປະສົບເຄາະຮ້າຍແມ່ນຕຳຫຼວດແລ້ວ, ເຫດລະເບີດດັ່ງກ່າວ ຍັງເຮັດໃຫ້ປະຊາຊົນຈຳນວນໜຶ່ງຖືກບາດເຈັບ.  ພາຍຫຼັງເຫດການດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບໄດ້ປິດລ້ອມສະຖານທີ່ເກີດເຫດ ແລະ ດຳເນີນການຊອກ ຈັບຕົວບັນດາເປົ້າໝາຍທີ່ກ່ຽວຂ້ອງໃນທັນທີ. ໄລ່ຮອດປັດຈຸບັນ, ຍັງບໍ່ທັນມີອົງການໃດ ຍອມຮັບວ່າໄດ້ກໍ່ເຫດບຸກໂຈມຕີອັນຮ້າຍແຮງນີ້ເທື່ອ.

TAG
VOV/VOVworld/ເຫດຖີ້ມ​ລະ​ເບີດ​/ປາ​ກິດ​ສະ​ຖານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ