logo

ເຫດ​ໄຟໄໝ້​ ຢູ່ ຮົ່ງ​ກົງ (ຈີນ) ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າ​ງ​ໜ້ອຍ​ສຸດ 83 ຄົນ

2025/11/28 | 09:01:39
(VOVWORLD) - ຕາມການສະຖິຕິໃນເບື້ອງຕົ້ນ ຮອດວັນທີ 27 ພະຈິກ, ມີຜູ້ເສຍຊີວິດໜ້ອຍສຸດ 83 ຄົນ; ຜູ້ຖືກບາດເຈັບ 76 ຄົນ, ຜູ້ຫາຍສາບສູນນັບສິບຄົນໃນເຫດໄຟໄໝ້ຢ່າງຮ້າຍແຮງທີ່ສຸດຢູ່ນະຄອນດັ່ງກ່າວໃນຫຼາຍທົດສະວັດຜ່ານມາ.

ເຫດໄຟໄໝ້ຢູ່ເຂດຕຶກອາຄານ ອາພາດເມັນ Wang Fuk Court  ຢູ່ຮົ່ງກົງ (ຈີນ) ເກີດຂຶ້ນໃນວັນທີ 28 ພະຈິກ (ພາບ: TTXVN)

  ຮຸ່ງເຊົ້າວັນທີ 28 ພະຈິກ, ໃນເຫດໄຟໄໝ້ຢູ່ເຂດຕຶກອາຄານ ອາພາດເມັນ Wang Fuk Court  ຢູ່ຮົ່ງກົງ (ຈີນ) ໄດ້ຮັບການຄວບຄຸມເພີງໂດຍພື້ນຖານ  ພາຍຫຼັງໄຟພຸ່ງຂຶ້ນກວ່າ 24 ຊົ່ວໂມງຢູ່ເຂດ 8 ຕຶກອາຄານອາພາດເມັນ. ຕາມການສະຖິຕິໃນເບື້ອງຕົ້ນ ຮອດວັນທີ 27 ພະຈິກ, ມີຜູ້ເສຍຊີວິດໜ້ອຍສຸດ 83 ຄົນ; ຜູ້ຖືກບາດເຈັບ 76 ຄົນ, ຜູ້ຫາຍສາບສູນນັບສິບຄົນໃນເຫດໄຟໄໝ້ຢ່າງຮ້າຍແຮງທີ່ສຸດຢູ່ນະຄອນດັ່ງກ່າວໃນຫຼາຍທົດສະວັດຜ່ານມາ.

        ວົງການເຈົ້າໜ້າທີ່ໄດ້ເລີ່ມດຳເນີນການສືບສວນຫາສາຍເຫດທີ່ພາໄປເຖິງເລື່ອງເກີດໄຟໄໝ້, ໃນນັ້ນມີສ່ວນກ່ຽວຂ້ອງເຖິງເລື່ອງກິດຈະກຳດັ່ງກ່າວພວມຢູ່ໃນໄລຍະສ້ອມແປງບູລະນະ, ສະນັ້ນຖືກປົກຄຸມໄປດ້ວຍຮ້ານໄມ້ໄຜ່ ແລະ ຜູ້ຕາໜ່າງຢາງພລາດຕິກ. ອົງການຕ້ານການສໍ້ລາດບັງຫຼວງ ຮົ່ງກົງ ໃຫ້ຮູ້ວ່າ ພາຍຫຼັງ 2 – 3 ຊົ່ວໂມງ ທີ່ຕຳຫຼວດຈັບຕົວຜູ້ຊາຍ 3 ຄົນ ດ້ວຍການກ່າວຫາວ່າປະວັດສະດຸທີ່ເປັນໂຟນໄວ້ຢູ່ກາງສະໜາມ, ອົງການດັ່ງກ່າວກໍໄດ້ດຳເນີນບັ້ນສືບສວນກ່ຽວກັບການເຄື່ອນໄຫວບູລະນະດັ່ງກ່າວໃນທັນທີ.

        ອຳນາດການປົກຄອງ ຮົ່ງກົງ ໃຫ້ຮູ້ວ່າ ຈະສ້າງກອງທຶນ ມີມູນຄ່າ 38,5 ລ້ານ USD ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້ດັ່ງກ່າວ. ວົງການເຈົ້າໜ້າທີ່ກໍເປີດປະຕູສູນລີ້ໄພ 9 ແຫ່ງ ແລະ ຈັດບ່ອນຢູ່ຊົ່ວຄາວ ກໍຄືໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ຜູ້ທີ່ເຮືອນຖືກໄຟໄໝ້.


TAG
VOV/VOVworld/ຕຶກອາຄານອາພາດເມັນ/ເຫດ​ໄຟໄໝ້​ ຢູ່ ຮົ່ງ​ກົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ