logo

ເອີ​ຣົບ ຈະ​ມີ​ປ​ະ​ຕິ​ກິ​ລິ​ຍາ​ທີ່​ເປັນ​ເອ​ກະ​ພາບ​ຕໍ່​ກຳ​ລັງ​ກົດ​ດັນ​ດ້ານ​ພາ​ສີ​ຂອງ ອາ​ເມ​ລິ​ກາ ທີ່ກ່ຽວ​ຂ້ອງ​ເຖິງ Greenland

2026/1/20 | 07:45:11
(VOVWORLD) - ບັນດາປະເທດມະຫາອຳນາດເອີຣົບ ຈະບໍ່ຍອມຈຳນົນ ແລະ ຈະມີປະຕິກິລິຍາຢ່າງຈະແຈ້ງ, ເປັນເອກະພາບຕໍ່ເລື່ອງ ອາເມລິກາ ນາບຂູ່ຈັດວາງອັດຕາພາສີຕື່ມອີກ ແນໃສ່ກໍ່ກຳລັງດັນໃນບັນຫາ Greenland.
ບັນດາຕຶກອາຄານຢູ່ Nuuk, Greenland, ວັນທີ 14/02/2026 (ພາບ: REUTERS/Marko Djurica)

ວັນທີ 19 ມັງກອນ, ທ່ານ Lars Klingbeil ລັດຖະມົນຕີກະຊວງການເງິນ ເຢຍລະມັນ ແລະ ທ່ານ Roland Lescure ລັດຖະມົນຕີກະຊວງການເງິນ ຝລັ່ງ ຢັ້ງຢືນວ່າ ບັນດາປະເທດມະຫາອຳນາດເອີຣົບ ຈະບໍ່ຍອມຈຳນົນ ແລະ ຈະມີປະຕິກິລິຍາຢ່າງຈະແຈ້ງ, ເປັນເອກະພາບຕໍ່ເລື່ອງ ອາເມລິກາ ນາບຂູ່ຈັດວາງອັດຕາພາສີຕື່ມອີກ ແນໃສ່ກໍ່ກຳລັງດັນໃນບັນຫາ Greenland. ເມື່ອກ່າວຄຳເຫັນຢູ່ Berlin, ທ່ານ Lars Klingbeil ລັດຖະມົນຕີກະຊວງການເງິນ ເຢຍລະມັນ ເນັ້ນໜັກວ່າ: “ເຢຍລະມັນ ແລະ ຝລັ່ງ ຕົກລົງເປັນເອກະພາບວ່າ… ປະຕູເຈລະຈາຍັງເປີດກວ້າງ, ແຕ່ບໍ່ຍອມຮັບຕໍ່ການນາບຂູ່”. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່າວເຕືອນ ຈະຈັດວາງມາດຕະການເພີ່ມອັດຕາພາສີເທື່ອລະກ້າວສຳລັບສິນຄ້າທີ່ໄດ້ນຳເຂົ້າຈາກສຳພັນທະມິດ ເອີຣົບ ຈົນຮອດເວລາທີ່ ອາເມລິກາ ໄດ້ຮັບອະນຸຍາດຊື້ Greenland, ເກາະກວ້າງໃຫຍ່ສຸດຢູ່ຂົ້ວໂລກເໜືອ ຂຶ້ນກັບອະທິປະໄຕຂອງ ແດນມາກ.

ຄາດຄະເນວ່າ ບັນດາການນຳສະຫະພາບເອີຣົບ (EU) ຈະປຶກສາຫາລືແຜນໂຕ້ຕອບໃນກອງປະຊຸມສຸດຍອດໂດຍດ່ວນ ທີ່ຈະຈັດຂຶ້ນໃນວັນທີ 23 ມັງກອນ ຢູ່ ບຣຸກແຊນ. ມີການເລືອກເຟັ້ນໜຶ່ງທີ່ພວມໄດ້ຮັບການພິຈາລະນາ ນັ້ນແມ່ນ ບ້ວງຈັດວາງອັດຕາພາສີລວມມູນຄ່າ 93 ຕື້ ເອີໂຣ (107,7 ຕື້ USD) ສຳລັບສິນຄ້າ ອາເມລິກາ, ອາດຈະມີຜົນສັກສິດແບບອັດຕະໂນມັດແຕ່ວັນທີ 6 ກຸມພາ ພາຍຫຼັງເວລາຖືກຢຸດຕິ 6 ເດືອນ.

TAG
VOV/VOVworld/Greenland/ກຳ​ລັງ​ກົດ​ດັນ​ດ້ານ​ພາ​ສີ​ຂອງ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ