logo

ເອີ​ຣົບ ຊອກ​ຫາ​ວິ​ທີ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ໃນ​ສົນ​ທິ​ສັນ​ຍາ ເອີ​ຣົບ ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ

2025/12/12 | 10:35:33
(VOVWORLD) -     ບັນດາເຈົ້າໜ້າທີ່ເອີຣົບ ໄດ້ໂຮມປະຊຸມຢູ່ Strasbourg ປະເທດ ຝລັ່ງ ໃນວັນທີ 11 ທັນວາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນໃນສົນທິສັນຍາເອີຣົບວ່າດ້ວຍສິດທິມະນຸດ, ຜ່ານນັ້ນ ກໍ່ໄກ່ເກ່ຍບັນດາສິ່ງທ້າທາຍຈາກບັນຫາຊາວອົບພະຍົບ.

  ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Alain Berset ເລຂາທິການໃຫຍ່ສະພາເອີຣົບ  ໄດ້ເນັ້ນໜັກວ່າ ເອີຣົບ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ແລະ ບັນຫາອົບພະຍົບແມ່ນໜຶ່ງໃນບັນດາຄວາມວິຕົກກັງວົນນັ້ນ. ທ່ານເນັ້ນໜັກວ່າ ການປຶກສາຫາລືຢູ່ Strasbourg ບໍ່ແມ່ນເພື່ອ “ປ່ຽນແປງ” ສົນທິສັນຍາເອີຣົບວ່າດ້ວຍສິດທິມະນຸດ, ແທນທີ່ນັ້ນ, ໜ້າທີ່ຂອງບັນດາປະເທດແມ່ນຮັກສາໃຫ້ສົນທິສັນຍາສະບັບນີ້ “ເຂັ້ມແຂງ ແລະ ມີຄວາມສອດຄ່ອງ”, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງສິດເສລີ ແລະ ຄວາມໝັ້ນຄົງ, ຍຸຕິທຳ ແລະ ຄວາມຮັບຜິດຊອບ.

        ບັນດາວາລະປຶກສາຫາລືຢູ່ Strasbourg ຄາດວ່າໄດ້ເຕື້ອງເຖິງບັນດາບັນຫາຄື: ປາບປາມໄພການຄ້າມະນຸດ, ຂໍ້ກໍານົດກ່ຽວກັບ “ສູນຮອງຮັບ” ຢູ່ນອກເອີຣົບ ແລະ ກົນໄກໝູນໃຊ້ມາດຕາທີ 8 (ສິດຄອບຄົວ) ແລະ ມາດຕາທີ 3 (ຫ້າມການປະພຶດແບບໄຮ້ມະນຸດສະທຳ) ເຊິ່ງກ່ຽວຂ້ອງເຖິງບັນດາກໍລະນີອົບພະຍົບ.

 

TAG
VOV/VOVworld/​ສິດ​ທິ​ມະ​ນຸດ/ເອີ​ຣົບ/ສົນ​ທິ​ສັນ​ຍາ​ເອີ​ຣົບ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ