ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer(ພາບ: Reuters)
|
ວັນທີ 17 ກຸມພາ, ການນຳຫຼາຍປະເທດ ເອີລົບ ໄດ້ຈັດກອງປະຊຸມສຸດຍອດຮີບດ່ວນຢູ່ ປາຣີ, ປະເທດ ຝລັ່ງ, ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການຮັບມືກັບຄວາມສ່ຽງຂາດບັນດາການຮັບປະກັນດ້ານຄວາມໝັ້ນຄົງຈາກ ອາເມລິກາ, ກໍຄືຖືກປັດເຂ່ຍຈາກບັນດາການເຈລະຈາກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ.
ກອງປະຊຸມສຸດຍອດຮີບດ່ວນຢູ່ ປາຣີ ໄດ້ຈັດຂຶ້ນພາຍຫຼັງກອງປະຊຸມຄວາມໝັ້ນຄົງ Munich (14-16 ກຸມພາ) ພຽງ 1 ວັນ, ບ່ອນທີ່ບັນດາປະເທດ ເອີລົບ ຮັບຂ່າວຊ໋ອກ, ຈາກເລື່ອງຖືກປັດເຂ່ຍອອກຈາກບັນດາການເຈລະຈາລະຫວ່າງ ອາເມລິກາ - ລັດເຊຍ ກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ, ຕະຫຼອດຮອດເລື່ອງ ບັນດາເຈົ້າໜ້າທີ່ ອາເມລິກາ ຕຳໜິຕິຕຽນຢ່າງແຮງ ແລະ ນາບຂູ່ຈະປະລະບັນດາຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງໃຫ້ແກ່ ເອີລົບ, ເຊິ່ງເຄີຍໄດ້ຮັກສາພາຍຫຼັງສົງຄາມໂລກຄັ້ງທີ 2.
ຍຸກສະໄໝໃໝ່ຂອງ ເອີລົບ
ເຂົ້າຮ່ວມກອງປະຊຸມສຸດຍອດຢູ່ ປາຣີ ແມ່ນບັນດາປະເທດເຊິ່ງທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Noel Barrot ໄດ້ຕີລາຄາວ່າ “ມີແງ່ຫວັງ ແລະ ມີກຳລັງຄວາມສາມາດ” ປະກອບສ່ວນໃຫ້ແກ່ໂຄງສ້າງຄວາມໝັ້ນຄົງໃນອະນາຄົດ ເອີລົບ, ລວມມີ: ຝລັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ, ໂຮນລັງ, ໂປໂລຍ, ແດນມາກ (ຕາງໜ້າໃຫ້ບັນດາປະເທດ ບານຕິກ) ແລະ ອັງກິດ, ປະເທດທີ່ໄດ້ຖອນອອກຈາກ ອີຢູ ນັບແຕ່ປີ 2016. ນອກນັ້ນ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Mark Rutte, ກໍ່ໄດ້ເຂົ້າຮ່ວມ.
ຕາມວົງການນັກສັງເກດການແລ້ວ, ບັນດາການນຳ ເອີລົບ ໄດ້ກ້າວເຂົ້າສູ່ກອງປະຊຸມຢູ່ ປາຣີ ດ້ວຍ 3 “ພຶດຕິກຳຕົວຈິງໃໝ່” ທີ່ຕ້ອງປະເຊີນໜ້າ ພາຍຫຼັງກອງປະຊຸມຄວາມໝັ້ນຄົງ Munich, ລວມມີ, ອາເມລິກາ ແລະ ເອີລົບ ທີ່ບໍ່ໄດ້ແບ່ງປັນບັນດາຄຸນຄ່າລວມ ເຊິ່ງເຄີຍເປັນພື້ນຖານຂອງການພົວພັນສຳພັນທະມິດລະຫວ່າງມະຫາສະໝຸດອັດລັງຕິກ ແຕ່ປີ 1945; ເອີລົບ ບໍ່ສາມາດເອື່ອຍອີງຄວາມໝັ້ນຄົງຂອງ ອາເມລິກາ ອີກ; ແຜນການແກ້ໄຂການປະທະກັນ ຢູແກຼນ ຂອງ ອາເມລິກາ ບໍ່ຄິດໄລ່ເຖິງບົດບາດຂອງ ເອີລົບ. ສະນັ້ນ, ເອີລົບ ຕ້ອງປ່ຽນແປງກ່ຽວກັບສະຕິຄວາມຮັບຮູ້ຢ່າງຮອບດ້ານໂດຍໄວ, ພ້ອມກັນນັ້ນ, ກໍ່ສ້າງແຜນການກະທຳຢ່າງຮີບດ່ວນ ເພື່ອຮັກສາສຽງເວົ້າ, ບໍ່ພຽງແຕ່ໃນບັນຫາ ຢູແກຼນ ເທົ່ານັ້ນ, ຫາກຍັງໃນເລື່ອງກຳນົດໂຄງປະກອບຄວາມໝັ້ນຄົງໃໝ່ຂອງທະວີບນີ້.
ສິ້ນສຸດກອງປະຊຸມ, ເຖິງວ່າເນື້ອໃນລະອຽດບັນດາການປຶກສາຫລືບໍ່ໄດ້ປະກາດເທື່ອ, ແຕ່ບັນດາການນຳ ເອີລົບ ລ້ວນແຕ່ຢືນຢັນວ່າ ເອີລົບ ໄດ້ກ້າວເຂົ້າສູ່ຈຸດເວລາທີ່ມີລັກສະນະສ້າງບາດລ້ຽວປະຫວັດສາດ. ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຖະແຫຼງວ່າ:
“ນີ້ແມ່ນຈຸດເວລາທີ່ມາພຽງແຕ່ເທື່ອໜຶ່ງໃນທັງລຸ້ນສຳລັບຄວາມໝັ້ນຄົງລວມໝູ່ຂອງ ເອີລົບ. ໃນຈຸດເວລານີ້, ພວກເຮົາຕ້ອງຍອມຮັບວ່າ ພວກເຮົາໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່ ຫາກບໍ່ຈ່ອງດຶງໂດຍບໍ່ມີຄວາມຫວັງໃດໆຕໍ່ຄວາມສະດວກສະບາຍໃນອະດີດຕະການ. ປະຈຸບັນແມ່ນຈຸດເວລາເພື່ອໃຫ້ ເອີລົບ ແບກຫາບໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ຄວາມໝັ້ນຄົງຂອງທະວີບ”.
ໂດຍມີຄວາມເຫັນດີເຫັນພ້ອມສູງເຊິ່ງບັນດາປະເທດ ເອີລົບ ບັນລຸໄດ້ແມ່ນເພີ່ມງົບປະມານໃຫ້ແກ່ການປ້ອງກັນຊາດ. ກ່ອນຈັດກອງປະຊຸມ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ) ໄດ້ຮຽກຮ້ອງບັນດາປະເທດສະມາຊິກຜ່ອນຜັນບັນດາຂໍ້ກຳນົດດ້ານງົບປະມານຕາມທິດໃຫ້ບຸລິມະສິດແກ່ງົບປະມານດ້ານປ້ອງກັນຊາດ, ພ້ອມກັນນັ້ນ, ກໍ່ປັບປຸງສົນທິສັນຍາໃຫ້ມີສະຖຽນລະພາບ ແລະ ການເຕີບໂຕຂອງ ອີຢູ. ໄລ່ຮອດທ້າຍປີ 2024, ງົບປະມານດ້ານປ້ອງກັນຊາດຂອງບັນດາປະເທດ ອີຢູ ແມ່ນກວ່າ 320 ຕື້ເອີໂລ (335 ຕື້ USD), ແຕ່ຕາມທ່ານນາງ Ursula von der Leyen ແລ້ວ, ຕົວເລກດັ່ງກ່າວຕ້ອງຫຼາຍກວ່າພໍສົນຄວນ. ນີ້ກໍ່ແມ່ນສິ່ງທີ່ທ່ານເລຂາທິການໃຫຍ່ NATO, Mark Rutte ເຕື້ອງເຖິງເປັນຫຼາຍຄັ້ງກ່ອນນັ້ນ.
“ບັນດາປະເທດ ເອີລົບ ໃນ NATO ຕ້ອງສະໜອງຫງວນງົບປະທານແກ່ດ້ານປ້ອງກັນຊາດຫຼາຍກວ່າ. ຖ້າເບີກຈ່າຍບໍ່ພຽງພໍ ຕ້ອງເພີ່ມການປະກອບເຂົ້າຕື່ມ, ອາດຈະແມ່ນລະດັບເກືອບ 3% GDP. ປະຈຸບັນ, ຂ້າພະເຈົ້າຍັງບໍ່ທັນມີຕົວເລກລະອຽດ, ແຕ່ພວກຂ້າພະເຈົ້າຈະຄິດໄລ່ໂດຍອີງໃສ່ສະພາບຕົວຈິງ, ອີງໃສ່ບັນດາຂໍ້ມູນ, ກໍຄືຂັ້ນຕອນສ້າງກຳລັງຄວາມສາມາດ. ສິ່ງທີ່ຈະແຈ້ງແມ່ນ, ຖ້າຄືໃນປະຈຸບັນ, ເອີລົບ ຈະບໍ່ບັນລຸໄດ້ເປົ້າໝາຍດ້ານຄວາມໝັ້ນຄົງອີກ ແລະ ຈະບໍ່ປອດໄພໃນເວລາ 4 – 5 ປີຈະມາເຖິງ”.
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz(ພາບ: TTXVN)
|
ການຮັບປະກັນຄວາມໝັ້ນຄົງຄືແນວໃດໃຫ້ແກ່ ຢູແກຼນ
ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຕໍ່ເລື່ອງ ອັງກິດ ພ້ອມແລ້ວຈະຈັດສົ່ງທະຫານໄປຍັງ ຢູແກຼນ ເພື່ອຮັບປະກັນຄວາມໝັ້ນຄົງ ຖ້າຂໍ້ຕົກລົງໄດ້ຮັບຮອງເອົາຢ່າງລະມັດລະວັງ. ຍາມໃດຝ່າຍ ໂປໂລຍ ກໍ່ຄັດຄ້ານແນວຄິດດັ່ງກ່າວເມື່ອຖືວ່າ ໂປໂລຍ ມີຄວາມໜັກໜ່ວງເມື່ອຕ້ອງຮັບປະກັນຄວາມໝັ້ນຄົງຢູ່ທິດຕາເວັນອອກຂອງ NATO ແລ້ວ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖືວ່າ, ການປຶກສາຫາລືແຜນການຄືແນວນັ້ນໃນຈຸດເວລານີ້ແມ່ນບໍ່ເໝາະສົມ.
“ການປຶກສາຫາລືສິ່ງດັ່ງກ່າວໃນຈຸດເວລານີ້ແມ່ນໄວເກີນໄປ ແລະ ບໍ່ຖືກຈຸດເວລາ. ຊ້ຳບໍ່ໜຳ, ຂ້າພະເຈົ້າໝຸດໝັດໃຈໜ້ອຍໜຶ່ງຕໍ່ບັນດາການປຶກສາຫາລືດັ່ງກ່າວ. ທຸກຄົນພວມເວົ້າກ່ຽວກັບແຜນການທີ່ແຕກຕ່າງກັນ ຫາກບໍ່ເຕື້ອງເຖິງ ຢູແກຼນ, ພວມເວົ້າເຖິງແຜນການເຈລະຈາສັນຕິພາບທີ່ຍັງບໍ່ທັນດຳເນີນ ແລະ ຢູແກຼນ ຍັງບໍ່ທັນເຫັນເວົ້າດີຫຼືບໍ່, ເຂົ້າຮ່ວມຫຼືບໍ່. ສິ່ງດັ່ງກ່າວແມ່ນບໍ່ເໝາະສົມ ແລະ ເວົ້າແທ້ແມ່ນ ປະຈຸບັນພວກເຮົາບໍ່ຮູ້ວ່າໝາກຜົນທີ່ຈະມາເຖິງນີ້ຈະແມ່ນຄືແນວໃດ”.
ຕາມທ່ານນາງ Daniela Schwarzer, ນັກຊ່ຽວຊານດ້ານການເມືອງ ແລະ ສະມາຊິກການນຳສະຖາບັນ Bertelsmann Stiftung (ເຢຍລະມັນ) ແລ້ວ, ເອີລົບ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນແຜນການກະທຳລວມກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ໃນກໍລະນີ ອາເມລິກາ - ລັດເຊຍ ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ, ຍ້ອນບັນດາປະເທດ ເອີລົບ ຍັງອີງໃສ່ ອາເມລິກາ ຢ່າງໃຫຍ່ຫຼວງ, ນັບທັງດ້ານການເມືອງ ແລະ ຄວາມໝັ້ນຄົງ. ນັກຊ່ຽວຊານທ່ານນາງນີ້ໃຫ້ຂໍ້ສັງເກດວ່າ, ບາງປະເທດ, ຄື: ອີຕາລີ, ຮຸງກາຣີ, ໂປໂລຍ ມີການພົວພັນທີ່ດີກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ບໍ່ຢາກໃຫ້ ເອີລົບ ເດີນຕາມບັນດານະໂຍບາຍໃໝ່ ທີ່ເຮັດໃຫ້ການພົວພັນລະຫວ່າງ ເອີລົບ - ອາເມລິກາ ຖືກແຕກແຫງຕື່ມອີກ, ໃນຂະນະທີ່ບັນດາປະເທດ ເຢຍລະມັນ, ຝລັ່ງ ໄດ້ເປີດເຜີຍການຄັດຄ້ານຫຼາຍນະໂຍບາຍໃໝ່ຂອງ ອາເມລິກາ.




