logo

ເອີ​ລົບ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ ແດນ​ມາກ ໃນ​ບັນ​ຫາ Greenland

2026/1/19 | 09:08:30
(VOVWORLD) - ວັນທີ 18 ມັງກອນ, ບັນດາປະເທດເອີລົບ ຄັດຄ້ານແຜນການຂອງອາເມລິກາ ຄຸ້ມຄອງ Greenland ໄດ້ອອກຖະແຫຼງການຮ່ວມ, ສະແດງຄວາມສາມັກຄີກັບແດນມາກ ແລະ ປະຊາຊົນຢູ່ເກາະ Greenland.

ໃນຖະແຫຼງການຮ່ວມ, ແດນມາກ, ແຟນລັງ, ຝລັ່ງ, ເຢຍລະມັນ, ໂຮນລັງ, ນອກແວ, ຊູແອດ ແລະ ອັກງິດ ຢັ້ງຢືນຈະສືບຕໍ່ຮັກສາຄວາມສາມັກຄີ ແລະ ປະສານສົມທົບໃນການປະຕິກິລິຍາຮ່ວມ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປັກຮັກສາອະທິປະໄຕຂອງຕົນ. ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ບັນດາປະເທດສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO), ບັນດາປະເທດນີ້ໃຫ້ຄຳໝັ້ນສັນຍາເພີ່ມທະວີຄວາມໝັ້ນຄົງເຂດຂົ້ນໂລກເໜືອ ເພື່ອຜົນປະໂຫຍດລວມຂອງບັນດາຄູ່ຮ່ວມມືຂ້າມອັດລັງຕິກ. ບັນດາປະເທດ ເອີລົບ ກໍ່ກ່າວເຕືອນວ່າບັນດາໄພນາບຂູ່ດ້ານພາສີອາກອນຈະເຮັດໃຫ້ການພົວພັນຂ້າມອັດລັງຕິກອ່ອນແອລົງ ແລະ ມີຄວາມສ່ຽງພາໄປເຖິງ ເກີດຄວາມຖົດຖອຍທີ່ອັນຕະລາຍ.


TAG
VOV/VOVworld/ເອີ​ລົບ​/ແດນ​ມາກ/Greenland

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ