logo

ເຮັດ​​ແຈ້ງ​ສິດ​ຊັບ​ສິນ​ທາງ​ປັນ​ຍາຂອ​ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ AI ສ້າງ​ຂຶ້ນ ແລະ ສິດ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ

2025/11/24 | 11:33:45
(VOVWORLD) - ຮ່າງກົດໝາຍບໍ່ຍອມຮັບສິດຊັບສິນທາງປັນຍາຂອງ AI ແລະ ບໍ່ປົກປ້ອງໃຫ້ບັນດາຜົນງານໂດຍ AI ສ້າງຂຶ້ນ, ສິ່ງນີ້ອາດສາມາດຈຳກັດກຳລັງໜູນນະວັດຕະກຳ ແລະ ຫຼຸດຜ່ອນກຳລັງດຶງດູດການລົງທຶນເຕັກໂນໂລຢີ. 
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV ໃນຕອນເຊົ້າວັນທີ 24 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ.

ກ່ຽວກັບບັນຫາສິດຊັບສິນທາງປັນຍາຕໍ່ບັນດາຜະລິດຕະພັນໂດຍ AI ສ້າງຂຶ້ນ, ທ່ານ ຟ້າມຈ້ອງເຫງ້ຍ ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ ຖືວ່າ ຮ່າງກົດໝາຍບໍ່ຍອມຮັບສິດຊັບສິນທາງປັນຍາຂອງ AI ແລະ ບໍ່ປົກປ້ອງໃຫ້ບັນດາຜົນງານໂດຍ AI ສ້າງຂຶ້ນ, ສິ່ງນີ້ອາດສາມາດຈຳກັດກຳລັງໜູນນະວັດຕະກຳ ແລະ ຫຼຸດຜ່ອນກຳລັງດຶງດູດການລົງທຶນເຕັກໂນໂລຢີ. ອະທິບາຍກ່ຽວກັບບັນຫານີ້, ທ່ານ ຫງວຽນແມັ້ງຮຸງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໃຫ້ຮູ້ວ່າ ກົດໝາຍຈະກຳນົດຢ່າງຈະແຈ້ງລະດັບປະກອບສ່ວນຂອງ AI ແລະ ຫົວຄິດປະດິດສ້າງຂອງມະນຸດໃນວິວັດການນຳໃຊ້ AI ຈາກນັ້ນກຳນົດເຈົ້າກຳດ້ານຊັບສິນທາງປັນຍາ. ທ່ານໃຫ້ຮູ້ວ່າ:

AI ບໍ່ແມ່ນເຈົ້າກຳຊັບສິນທາງປັນຍາ. ຜະລິດຕະພັນໂດຍ AI ສ້າງຂຶ້ນບໍ່ມີການເຂົ້າຮ່ວມຂອງມະນຸດ ບໍ່ໄດ້ຮັບການປົກປ້ອງສິດລິຂະສິດໃນການປະດິດສ້າງຄືກັນກັບຜົນງານຂອງມະນຸດ.       

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/AI/​ສື່ມວນ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ