logo

ແກ້​ໄຂ​ຜົນຮ້າຍ​ທີ່​ຕາມ​ມາ​ຂອງ​ພາ​ຍຸ​ນ້ຳ​ຖ້ວມ, ນຳ​ຊີ​ວິດ​ກາຍ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ກັບ​ຄືນ​ສູ່​ປົກ​ກະ​ຕິ

2025/10/31 | 07:59:13
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢຶ້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.
ພາບປະກອບ: VGP

ຕາມການສະຖິຕະຕິຍັງບໍ່ຄົບຖ້ວນຮອດຕອນຄ່ຳວັນທີ 30 ຕຸລາ, ພາຍຸນ້ຳຖ້ວມຢູ່ບັນດາທ້ອງຖິ່ນເຂດພາກກາງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 22 ຄົນ, ເຮືອນກ່ວາ 120.000 ຫຼັງຖືກຖ້ວມ, ມີເສັ້ນທາງຄົມມະນາຄົມຫຼາຍສາຍຖືກເຊາະເຈື່ອນ, ຕັດຂາດ, ມີບັນດາກິດຈະກຳພື້ນຖານໂຄງລ່າງຫຼາຍແຫ່ງຖືກເສຍຫາຍຢ່າງໜັກໜ່ວງ, ຫຼາຍເຂດຖືກຕັດຂາດຢ່າງສິ້ນເຊິງ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນຢ່າງຮ້າຍແຮງ.

ຕໍ່ໜ້າສະພາບການໄພທຳມະຊາດທີ່ສັບສົນ, ຕອນຄຳວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ, ໃນນັ້ນຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ສຸມໃສ່ການຊອກຫາ, ກູ້ໄພກູ້ຊີບຜູ້ທີ່ຍັງຫາຍສາບສູນ, ປິ່ນປົວໃຫ້ຜູ້ຮັບບາດເຈັບໂດຍບໍ່ເກັບຄ່າ, ຈັດການລົງຢຶ້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ໜູນຊ່ວຍວຽກງານຕ່າງໆໃຫ້ຜູ້ເສຍຊີວິດຢ່າງລອບຄອບທີ່ຖ້ວນ.

ພ້ອມກັນນັ້ນ, ບັນດາທ້ອງຖິ່ນກໍ່ຕ້ອງລະດົມກຳລັງ, ພາຫະນະ, ວັດຖຸອຸປະກອນໃຫ້ໄດ້ຫຼາຍທີ່ສຸດ ໂດຍບຸລິມະສິດແກ້ໄຂສະພາບການຢູ່ໂຮງຮຽນ, ເສັ້ນທາງຄົມມະນາຄົມ, ຮາກຖານສາທາລະນະສຸກ, ພື້ນຖານໂຄງລ່າງໄຟຟ້າ, ໂທລະຄົມມະນາຄົມເພື່ອຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ, ປະຊາຊົນມີບ່ອນກວດປິ່ນປົວພະຍາດ, ມີຂໍ້ມູນການຕິດຕໍ່ພົວພັນ; ແກ້ໄຂການທຳຄວາມສະອາດສິ່ງແວດລ້ອມ ບໍ່ປະໃຫ້ເກີດພະຍາດຕິດແປດພາຍຫຼັງພາຍຸ.


TAG
VOV/VOVworld/ພາ​ຍຸ/ນ້ຳ​ຖ້ວມ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ