logo

ແຂວງ Dien Bien ຈັດພິທີໄຫວ້ອາໄລອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫລະຊີວິດຢູ່ ລາວ.

2012/5/21 | 11:05:06
ບັນດາ​ອົງການ​ກ່ຽວຂ້ອງ​ແຂວງ Dien Bien ສົມທົບ​ກັບ​​ທະຫານ​ເຂດ 2 ສັງກັດ​ກອງ​ບັນຊາ​ການ​ທະຫານ​ແຂວງ Dien Bien ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລອັດຖິ​ທະຫານ​ອາສາ​ສະໝັກ ຫວຽດນາມ 32 ຊຸດທີ່​ເສຍສະຫລະ​ຊີວິດ​ຢູ່ ສະຫນາມຮົບ ສປປ ລາວ

ພາບປະກອບ:internet

(vovword)- ວັນ​ທີ 21/5, ບັນດາ​ອົງການ​ກ່ຽວຂ້ອງ​ແຂວງ Dien Bien ສົມທົບ​ກັບ​​ທະຫານ​ເຂດ 2 ສັງກັດ​ກອງ​ບັນຊາ​ການ​ທະຫານ​ແຂວງ Dien Bien ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລອັດຖິ​ທະຫານ​ອາສາ​ສະໝັກ ຫວຽດນາມ 32 ຊຸດທີ່​ເສຍສະຫລະ​ຊີວິດ​ຢູ່ ສະຫນາມຮົບ ສປປ ລາວ. ຈຳນວນ​ອັດຖິ​ດັ່ງກ່າວ​ໂດຍ​ແມ່ນ​ກອງ​ຊອກ​ຫາ ທ້ອນ​​ໂຮມ​ອັດຖິ​ນັກຮົບ​ເສຍສະຫລະ​ຊີວິດ ທະຫານ​ເຂດ 2 ​ແລະ ກຳລັງ​ປະກອບ​ອາວຸດ, ທະຫານ ​ແລະ ປະຊາຊົນ​ລາວ ຢູ່ ບໍລິ​ເວນ 4 ​ແຂວງ ພາກ​ເຫນືອ​ຂອງ​ລາວ​ຄື: ຫລວງ​ນ້ຳ​ທາ, ຜົ້ງ​ສາລີ, ອຸດົມ​ໄຊ ​ແລະ ຫລວງ​ພະ​ບາງ​ສົມ​ທົບ​ກັນ​ຊອກ​ຫາ. ​ນີ້​ແມ່ນ ບັ້ນ​ທີ 1 ​ໃນ​ປີ 2012, ທະຫານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ Dien Bien ຮັບ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ ຫວຽດນາມ ທີ່​ເສຍ​ສະຫລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ.

TAG
ອັດຖິ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ