logo

ແຂວງ​ກ໋​ວາງ​ນິງ ( ຫວຽດ​ນາມ )ໜູນ​ຊ່ວຍ​ແຂວງ ຫຼວງ​ພະ​ບາງ ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

2022/1/1 | 07:30:55
(VOVWORLD) -ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.
ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ພາບ: TTXVN)

ຕອນບ່າຍວັນທີ 31 ທັນວາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ມອບເງິນເປັນຈຳນວນ 20.000 USD ໃຫ້ແກ່ສະຫາຍ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງໆພະບາງ (ປະເທດລາວ). ນີ້ແມ່ນຂອງຂວັນຂອງແຂວງກ໋ວາງນິງ ໜູນຊ່ວຍແຂວງຫຼວງພະບາງ (ໂດຍແມ່ນໜຶ່ງ ໃນ 3 ແຂວງທາງພາກເໜືອລາວ ແຂວງກ໋ວາງນິງໜູນຊ່ວຍໃນຄັ້ງນີ້) ເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19. ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ແຂວງຫຼວງພະບາງ ຈະຄວບຄຸມໄດ້ໂລກລະບາດໂຄວິດ - 19 ເປັນຢ່າງດີ ແລະ ມີບັນດາມາດຕະການເພື່ອນຳທຸກການເຄື່ອນໄຫວກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ ໃນສະພາບການປັດຈຸບັນ.

ສ່ວນທ່ານ ຄຳຂັນ ຈັນທະວີສຸກ ໄດ້ເປັນກຽດສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນິງໄດ້ມອບຂອງຂວັນທີ່ມີຄວາມໝາຍນີ້, ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ການແບ່ງປັນຂອງແຂວງກ໋ວາງນິງ ກັບ 2 ແຂວງແຮກສ່ຽວຢູ່ທາງພາກເໜືອລາວເວົ້າລວມ ແລະ ແຂວງຫຼວງພະບາງເວົ້າສະເພາະ. ທ່ານ ຄຳຂັນ ຈັນທະວີສຸກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນ້ຳໃຈ ແລະ ການຮ່ວມມື, ການໜູນຊ່ວຍລະຫວ່າງ ແຂວງ ກ໋ວາງນິງ ແລະ ຫຼວງພະບາງຈະນັມມື້ນັບສະໜິດຕິດແທດກ່ວາອີກ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ