logo

ແຂວງ ເງ້ອານ: ກໍ່ສ້າງຫໍບູຊາມານດາ, ບິດາ ແລະ ອ້າຍເອື້ອຍນ້ອງຄີງຂອງປະທານ ໂຮ່ຈີມິນ

2012/6/10 | 09:15:22
ວັນທີ 10/6, ຢູ່ພູຈູງ, ຕາແສງ ກິມລຽນ, ແຂວງ ເງ້ອານ ໄດ້ດຳເນີນ ພິທີເລີ່ມດຳເນີນກໍ່ສ້າງຫໍບູຊາມານ​ດາ, ບິດາ ແລະ ອ້າຍ​ເອື້ອຍ​ນ້ອງ​ຄີງຂອງປະທານ ໂຮ່ຈີມິນ

ການນຳແຂວງ ເງ້ອານ ຖະຫວາຍທູບທຽນ ຢູ່ ຫໍບູຊາວົງຕະກຸນ Nguyen Sinh
(ພາບ: nghean.gov)

(vovworld) – ວັນທີ 10/6, ຢູ່ພູຈູງ, ຕາແສງ ກິມລຽນ, ແຂວງ ເງ້ອານ ໄດ້ດຳເນີນ ພິທີເລີ່ມດຳເນີນກໍ່ສ້າງຫໍບູຊາມານ​ດາ, ບິດາ ແລະ ອ້າຍ​ເອື້ອຍ​ນ້ອງ​ຄີງຂອງປະທານ ໂຮ່ຈີມິນ. ກ່າວຄຳເຫັນ ທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ຖືວ່າ: ດັ່ງກ່າວໄດ້ຮັບການ ກໍ່ສ້າງດ້ວຍຈຸດ ປະສົງຕອບບຸນແທນຄຸນບັນດາບຸກຄົນ​ໃນ​ຄອບຄົວຂອງເພີ່ນ, ທີ່ມີຄຸນງາມຄວາມດີໃນການ ປະກອບສ່ວນ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອບ້ານເກີດເມືອງນອນ, ມີຄຸນງາມຄວາມດີ​ໃຫ້​ກຳ​ເນີ​ດ ປະທານ ໂຮ່ຈີມິນ - ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່​ມີ​ຊື່​ສຽງ​ຂອງຫວຽດນາມ. ນີ້ແມ່ນການກະທຳ ທີ່ສອດ​ຄ່ອງ​ກັບ​ສິນລະ​ທຳ​ທີ່​ວ່າ: “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະຊາຊົນຫວຽດນາມ, ມີຄວາມໝາຍສຳຄັນ, ຈຳເປັນບໍ່ພຽງແຕ່ສຳລັບຄອບຄົວ, ວົງຕະກຸນຂອງປະທານ ໂຮ່ຈີມິນ, ຂອງປະຊາຊົນແຂວງ ເງ້ອານ ເທົ່ານັ້ນ, ຫາກຍັງສຳລັບປະຊາຊົນຫວຽດນາມ ອີກດ້ວຍ. ໂດຍສະເພາະແມ່ນໃນສະພາບການທີ່ທົ່ວພັກ, ທ່ົວປວງຊົນ ຫວຽດນາມພວມຕັ້ງໜ້າຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ.

TAG
ຫໍບູຊາ/ມານດາ/ບິດາ ປະທານ ໂຮ່ຈີມິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ