logo

ແຂວງ​ເທື່ອ​ທຽນ​ - ເຫ​ວ້ ​​ຊ່ວຍ​ເຫຼືອວັດ​ຖຸ, ອຸປະກອນ​ການ​ແພດ​​ໃຫ້​ແກ່​ແຂວງ ສະຫວັນ​ນະ​ເຂດ ຂອງ ລາວ

2020/5/4 | 10:54:00
(VOVWORLD) - ຕອນເຊົ້າວັນທີ 04 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ລາວບ໋າວ, ແຂວງກວ໋າງຈິ, ທ່ານ ບຸ່່ຍແທັງຮ່າ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ເທື່ອທຽນ - ເຫວ້ ໄດ້ມອບເຄື່ອງອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງສະຫວັນນະເຂດ, ສປປ.ລາວ.
 ແຂວງເທື່ອທຽນເຫວ້ ມອບ ອຸປະກອນການແພດໃຫ້ແຂວງສະຫວັນນະເຂດ (ພາບ: TTXVN)

        ເນື່ອງໃນໂອກາດນີ້, ການນໍາສອງແຂວງ ເທື່ອທຽນເຫວ້ ແລະ ສະຫວັນນະເຂດ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກລະບາດ, ບົດຮຽນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມື, ພ້ອມກັນແບ່ງປັນຂໍ້ມູນຂ່າວສານ ເພື່ອປະຕິບັດສໍາເລັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ເຂດຊາຍແດນ.

        ໂດຍຮັບເອົາຂອງຂວັນຈາກແຂວງເທື່ອທຽນ - ເຫວ້, ທ່ານ ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງໆ ສະຫວັນນະເຂດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈອັນປະເສີດເລີດລໍ້າຂອງອໍານາດການປົກຄອງ ແລະ ປະຊາຊົນແຂວງ ເທື່ອທຽນ - ເຫວ້ ທີ່ມີຕໍ່ແຂວງສະຫວັນນະເຂດ; ພ້ອມທັງຢັ້ງຢືນວ່າ ຂອງຂັວນນີ້ ບໍ່ພຽງແຕ່ເປັນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນຍິ່ງໃຫຍ່, ຊ່ວຍແຂວງສະຫວັນນະເຂດປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງໄດ້ເປັນຢ່າງດີກວ່າ.



TAG
VOV/VOVworld/ເທື່ອທຽນເຫວ້/ສະຫວັນນະເຂດ/ອຸປະກອນການແພດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ