logo

ແຄ້ງ​ຮວ່າ​ຕັດ​ສິນ​ໃຈ​ແກ້​ໄຂ ບັດ​ເຫຼືອງ EC ຢ່າງ​ຂ້ຽວ​ຂາດ

2025/10/31 | 08:47:56
(VOVWORLD) -  ຢູ່ເຂດຄວບຄຸມທີ່ທ່າກຳປັ່ນ ໝີເຕິນ, ຕາແສງ ນິງຫ໋າຍ ກຳລັງເຈົ້າໜ້າທີ່ໄດ້ກວດກາບົດບັນທຶກການຂຸດຄົ້ນປະຈຳວັນ, ບັນຊີລາຍຊື່ສະມາຊິກໃນກຳປັ່ນ, ຂໍ້ມູນການຕິດຕາມກວດກາວິວັດການເດີນທາງ ແລະ ປະລິມານການສິນຄ້າຂົນຖ່າຍຢ່າງໃກ້ຊິດ.
ພາບປະກອບ: VOV

ກ່ອນການກວດກາຄັ້ງທີ 5 ຂອງ ຄະນະກຳມະການເອີລົບ (EC) ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ຫຼື ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຄາດວ່າຈະດຳເນີນໃນເດືອນພະຈິກ, ທາງແຂວງແຄ້ງຮວ່າ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການຄຸ້ມຄອງກຳປັ່ນຫາປາຂອງທ້ອງຖິ່ນ ຢ່າງມີປະສິດທິຜົນ ດ້ວຍຄາດໝາຍຈຳນວນໜຶ່ງຄື: ການຄຸ້ມຄອງ, ອອກໃບອະນຸຍາດ, ການຕິດຕາມກວດກາວິວັດການເດີນທາງຂອງກຳປັ່ນຫາປາບັນລຸ 100%. ຢູ່ເຂດຄວບຄຸມທີ່ທ່າກຳປັ່ນ ໝີເຕິນ, ຕາແສງ ນິງຫ໋າຍ ກຳລັງເຈົ້າໜ້າທີ່ໄດ້ກວດກາບົດບັນທຶກການຂຸດຄົ້ນປະຈຳວັນ, ບັນຊີລາຍຊື່ສະມາຊິກໃນກຳປັ່ນ, ຂໍ້ມູນການຕິດຕາມກວດກາວິວັດການເດີນທາງ ແລະ ປະລິມານການສິນຄ້າຂົນຖ່າຍຢ່າງໃກ້ຊິດ.

ພ້ອມກັບການຕິດຕາມຢູ່ນອກຝັ່ງ, ບັນດາກຳລັງເຈົ້າໜ້າທີ່ກໍ່ກວດກາຂັ້ນຕອນເຂົ້າອອກທ່າກຳປັ່ນຢ່າງແໜ້ນແຟ້ນ, ຕິດຕາມປະລິມານສິນຄ້າ ແລະ ບົດບັນທຶກປະຈຳວັນແບບເອເລັກໂຕນິກ. ທ່ານ ຮ່ິງຫ໋າຍ, ຫົວໜ້າຄະນະຄຸ້ມຄອງທ່າກຳປັ່ນຫາປາ ໝີເຕິນ ໃຫ້ຮູ້ວ່າ:

ຜ່ານການກວດກາ, ຊາວປະມົງສ່ວນຫຼາຍລ້ວນແຕ່ປະຕິບັດຂໍ້ກຳນົດວ່າດ້ວຍການຕ້ານການຂຸດຄົ້ນແບບຜິດກົດໝາຍ IUUໃຫ້ເປັນຢ່າງດີ, ປະຕິບັດການບັນທຶກປຶ້ມ, ເອກະສານຢ່າງຄົບຖ້ວນ. ພໍ່ແມ່ປະຊາຊົນນັບມື້ນັບປະຕິບັດຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍຂອງທົ່ວປະເທດ.

TAG
VOV/VOVworld/IUU/ການ​ຫາ​ປາ/ຫວຽດ​ນາມ/ກຳ​ປັ່ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ