logo

ແຄັງ​ຮ​ວ່າ ຕ້ອນ​ຮັບ​ຖ້ຽວ​ບິນ​ມາ​ຈາກ ມົດ​ສະ​ກູ ພາຍຫຼັງ​ຖືກ​ຢຸດ​ໄວ້​ເກືອບ 5 ປີ

2025/9/30 | 09:25:52
(VOVWORLD) - ວັນທີ 29 ກັນຍາ, ຢູ່ສະໜາມບິນສາກົນ ກາມແຣງ, ຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໄດ້ຈັດພິທີຕ້ອນຮັບຖ້ຽວບິນທຳອິດທີ່ມາຈາກ ມົດສະກູ (ສະຫະພັນ ລັດເຊຍ) ຂອງບໍລິສັດການບິນ Nordwind Airlines, ເປີດສາຍການບິນ ລັດເຊຍ - ຍາຈາງ ຄືນໃໝ່ ພາຍຫຼັງທີ່ຖືກຢຸດໄວ້ຊົ່ວຄາວເກືອບ 5 ປີ.
ພິທີຕ້ອນຮັບຖ້ຽວບິນໃໝ່ ເມື່ອລົງຮອດສະໜາມບິນ ກາມແຣງ, ແຂວງ ແຄັງຮວ່າ (ພາບ: VOV)

ຕ້ອນຮັບແຂກທ່ອງທ່ຽວຢູ່ສະໜາມບິນ, ການນຳຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ສູນສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ… ໄດ້ມອບດອກໄມ້ ແລະ ຂອງທີ່ລະນຶກ. ເຫດການຟື້ນຟູສາຍການບິນ ລັດເຊຍ ບໍ່ພຽງແຕ່ມີຄວາມໝາຍເປີດແລວທ່ອງທ່ຽວສາກົນສຳຄັນຄືນໃໝ່ເທົ່ານັ້ນ, ຫາກຍັງຢັ້ງຢືນວ່າ  ແຄັງຮວ່າ ແມ່ນແຂວງທີ່ສະໜິດສະໜົມ, ຈັບອົກຈັບໃຈ, ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວທະເລແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຟ້າມມິງຍຶດ, ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ - ແຄັງຮວ່າ, ໃຫ້ຮູ້ວ່າ:

“ແຂວງ ແຄັງຮວ່າໃໝ່ພາຍຫຼັງໂຮມແຂວງນິງທ້ວນເຂົ້າ ມີຜະລິດຕະພັນທີ່ເປັນເອກະລັກຫຼາຍຢ່າງ, ພ້ອມກັບທະເລໝູ່ເກາະ, ວັດທະນະທຳຂອງຊາວເຜົ່າຈຳ ແລະ ທັດສະນີຍະພາບພະລັງງານທົດແທນນັ້ນ, ໄດ້ສ້າງເປັນບໍລິເວນ່ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວ ລັດເຊຍ ມາທ່ຽວ ແຄັງຮວ່າ. ນັບແຕ່ນີ້ຮອດທ້າຍປີ 2025, ບັນດາຫົວໜ່ວຍທ່ອງທ່ຽວ ໄດ້ເພີ່ມຈຳນວນຖ້ຽວບິນໂດຍສານແຂກ ລັດເຊຍ ມາທ່ອງທ່ຽວ ແຄັງຮວ່າ”.

TAG
VOV/VOVworld/ສະ​ໜາມ​ບິນ​ສາ​ກົນ ກາມ​ແຣງ/ລັດ​ເຊຍ/ທ່ອງ​ທ່ຽວ ແຄັງ​ຮ​ວ່າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ