logo

ແຄ້ງ​ຮວ່າ ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຢູ່ ມອບ​ໃຫ້​ຄອບ​ຄົວ​ທີ່ເຮືອ​ນ​ພັງຖະ​ຫຼົ່ມໝົດຫຼັງ​ ​ຍ້ອນ​ໄພ​ທຳ​ມະ​ຊາດ

2025/12/5 | 09:17:34
(VOVWORLD) - ຢູ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ເຈິ່ນຟອງ ປະທານຄະນະກຳມະການປະຊາຊົນ ແຂວງ ໄດ້ອອກຄຳສັ່ງຜັນຂະຫຍາຍ “ບັ້ນກວາງຈຸງ” ແລະ ເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ຄອບຄົວໜຶ່ງຢູ່ບ້ານໄຕ 2, ຕາແສງ ຢຽນດ່ຽນທີ່ເຮືອນຖືກພັງຖະຫຼົ່ມໃນຄັ້ງຝົນຕົກນ້ຳຖ້ວມທີ່ຜ່ານມາ. 
ພິທີເລີ່ມລົງມືກໍ່ສ້າງ (ພາບ: nhandan.vn)

ວັນທີ 4 ທັນວາ, ຢູ່ຕາແສງ ຢຽນດ່ຽນ, ແຂວງແຄ້ງຮວ່າໄດ້ຈັດພິທີເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ເຮືອນພັງຖະຫຼົ່ມລົງໝົດຫຼັງຍ້ອນໄພທຳມະຊາດ. ຢູ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ເຈິ່ນຟອງ ປະທານຄະນະກຳມະການປະຊາຊົນ ແຂວງ ໄດ້ອອກຄຳສັ່ງຜັນຂະຫຍາຍ “ບັ້ນກວາງຈຸງ” ແລະ ເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ຄອບຄົວໜຶ່ງຢູ່ບ້ານໄຕ 2, ຕາແສງ ຢຽນດ່ຽນທີ່ເຮືອນຖືກພັງຖະຫຼົ່ມໃນຄັ້ງຝົນຕົກນ້ຳຖ້ວມທີ່ຜ່ານມາ. ທ່ານ ເຈິ່ນຟອງສະເໜີບັນດາພະແນກ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຮີບດ່ວນ ສ້າງແຜນການໜູນຊ່ວຍກໍ່ສ້າງເຮືອນໃໝ່ໃຫ້ແກ່ຄອບຄົວທີ່ເຮືອນຖືກພັງຖະຫຼົ່ມ ແລະ ສ້ອມແປງບັນດາເຮືອນທີ່ເປ່ເພໜັກ ພ້ອມກັນນກັ້ນກໍ່ສຸມທຸກແຫຼ່ງກຳລັງເພື່ອປະຕິບັດສຳເລັດໂຄງການໃຫ້ຖືກຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ ແລະ ມອບໃຫ້ແກ່ປະຊາຊົນກ່ອນບຸນເຕັດ.

TAG
VOV/VOVworld/ແຄ້ງ​ຮວ່າ/​ໄພ​ທຳ​ມະ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ