logo

ແງ່​ຫວັງ​​ເສດ​ຖະ​ກິດຂອງ​ລາວ ແລະ ບັນ​ດາ​ຜົນ​ກະ​ທົບ​ຕໍ່​ວິ​ສາ​ຫະ​ກິດ ຫວຽດ​ນາມ

2019/10/12 | 09:45:16
(VOVWORLD) -  ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ “ສະພາບການຕົວຈິງ, ແງ່ຫວັງເສດຖະກິດຂອງລາວ ແລະ ບັນດາຜົນກະທົບຕໍ່ວິສາຫະກິດ ຫວຽດນາມ” ໂດຍສະຖານທູດ ຫວຽດນາມ ປະຈຳລາວສົມທົບກັບສະມາຄົມວິສາຫະກິດ ການຮ່ວມມື - ລົງທຶນຢູ່ລາວຈັດຕັ້ງຂຶ້ນໃນ, ຕອນບ່າຍວັນທີ 11 ຕຸລາ, ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ. 

ການໂອ້ລົມສົນທະນາ “ສະພາບການຕົວຈິງ, ຄວາມຫວັງເສດຖະກິດລາວ ແລະ ບັນດາຜົນກະທົບຕໍ່ວິສາຫະກິດ ຫວຽດນາມ” (ພາບ: TTXVN)

ເຫດການເພື່ອແນໃສ່ສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ (13 ຕຸລາ). ທີ່ການໂອ້ລົມສົນທະນາ, ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມໄດ້ລົງທຶນຢູ່ລາວ 413ໂຄງການ ດ້ວຍຍອດເງິນລົງທຶນກ່ວາ 4,1ຕື້ USD. ປັດຈຸບັນ, ຫວຽດນາມຢືນຢູ່ອັນດັບທີ 3 ໃນ ຈຳນວນ 54 ປະເທດແລະ ເຂດແຂ້ວນເຂົ້າທີ່ມາລົງທຶນຢູ່ລາວ, ບັນດາໂຄງການຮ່ວມມືລະຫວ່າງສອງປະເທດພວມການຜັນຂະຫຍາຍຢ່າງມີສະຖຽນລະພາບ, ສ້າງ ວຽກເຮັດງານທຳຫຼາຍຢ່າງ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນຕື່ມອີກ, ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດຂອງລາວ. ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ ຂອງລາວໄດ້ແກ້ໄຂບັນດາຂໍ້ຂ້ອງໃຈຂອງວິສາຫະກິດກ່ຽວກັບກົນໄກນະໂຍບາຍ, ການວາງແຜນຜັງການນຳໃຊ້ທີ່ດິນ, ລະບົບກົດໝາຍທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດ…ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມເປັນເສນາທິການໃຫ້ແກ່ລັດຖະບານສ້າງເງືຶ່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າມາດຳເນີນທຸລະກິດ ແລະ ລົງທຶນຢູ່ ລາວ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຕີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ແທດຈິງ ຫຼາຍກ່ວາອີກ.

TAG
VOV/VOVworld/​​ເສດ​ຖະ​ກິດຂອງ​ລາວ/​ວິ​ສາ​ຫະ​ກິດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ