logo

ແຈກ​ຢາຍ​ເງິນ​ ໜູນ​ຊ່ວຍກ່​ວາ 1 ລ້ານ USD ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ໂດຍ​ໄວ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Kalmaegi

2025/11/8 | 08:28:29
(VOVWORLD) - ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ຕັດສິນໃຈແຈກຢາຍຈຳນວນເງິນ 1,1 ລ້ານ USD ໃຫ້ແກ່ 3 ແຂວງ ກວ໋າງຫງາຍ, ຢາລາຍ, ດັກລັກ ເພື່ອໜູນຊ່ວຍບັນດາແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi ໂດຍໄວ.
ພາຍຸ Kalmaegi ກໍ່ຄວາມເສຍຫາຍຢູ່ ຢາລາຍ (ພາບ: VOV)

ຕາມຂໍ້ມູນສະຖິຕິ, ໄລ່ຮອດຕອນບ່າຍວັນທີ 7 ພະຈິກ, ຍອດຈຳນວນຜູ້ໃຈບຸນໃຈກູ້ສົນ ໄດ້ຈົດທະບຽນສະໜັບສະໜູນພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸ Kalmaegi (ພາຍຸເລກທີ 13) ດ້ວຍການໂອນເງິນເຂົ້າບັນຊີຂອງຄະນະຂົນຂວາຍການກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແມ່ນ 45,6 ລ້ານ USD. ຄະນະຂົນຂວາຍການກູ້ຊ່ວຍສູນກາງ ໄດ້ຕັດສິນໃຈແຈກຢາຍຈຳນວນເງິນ 1,1 ລ້ານ USD ໃຫ້ແກ່ 3 ແຂວງ ກວ໋າງຫງາຍ, ຢາລາຍ, ດັກລັກ ເພື່ອໜູນຊ່ວຍບັນດາແຂວງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi ໂດຍໄວ. ໄລ່ຮອດວັນທີ 7 ພະຈິກ, ຄະນະຂົນຂວາຍການກູ້ຊ່ວຍສູນກາງໄດ້ແຈກຢາຍເງິນກ່ວາ 91%ຈຳນວນເງິນທີ່ ໄດ້ຮັບ ໃຫ້ແກ່ 19 ແຂວງ, ນະຄອນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຂອງ ພາຍຸ 3 ລູກ ແລະ ຝົນຕົກນ້ຳຖ້ວມໃນເມື່ອກ່ອນ. ປັດຈຸບັນ, ບັນດາອົງການ, ສ່ວນບຸກຄົນ ສືບຕໍ່ອຸປະຖຳໃຫ້ບັນດາທ້ອງຖິ່ນຖືກເສຍຫາຍຍ້ອນພາຍຸຜ່ານບັນຊີ ຂອງຄະນະຂົນຂວາຍກູ້ຊ່ວຍສູນກາງ - ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ.


TAG
VOV/VOVworld/ພາຍຸ Kalmaegi/ການ​ແກ້​ໄຂ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ