logo

ແຕ່ງງານເພີນຈິດຢູ່ບ່ານ່າ

2017/1/9 | 06:30:00
          

(vovworld) – ​ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາ​ມ​ຄື​ດັ່ງ​ໃນ​ເລື່ອງ​ເທບ​ນິ​ຍາຍ, ເຂດ​ທ່ອງ​ທ່ຽ​ວ​ຊີ​ວະ​ພາບ​ບ່າ​ນ່າ ໄດ້​ຮັບ​ຖື​ວ່າ​ແມ່ນ​ແດນ​ສະ​ຫວັນ​ຢູ່​ພື້ນ​ດິນ ແລະ ແມ່ນ​ສະ​ຖານ​ທີ່​ຖ່າຍ​ຮູບ​ແຕ່ງ​ງານ​ທີ່​ໜ້າ​ປະ​ທັບ​ໃຈ. ເຂດ​ທ່ອງ​ທ່ຽວ​ນີ້​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ດ່ານັ້ງ ໄປ​ທາງ​ທິດ​ຕາ​ເວັນ​ຕົກ 40 ກ.ມ, ບໍ່​ພຽງ​ແຕ່​ໄດ້​​ສ້າງ​ຄວາມດຶງ​ດູດ​ໃຫ້​ນັກ​ທ່ອ​ງ​ທ່ຽວ​ຍ້ອນ​ທິ​ວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ​ເທົ່າ​ນັ້ນ, ຫາກ​ແຕ່​ດົນ​ນານ​ມາ​ແລ້ວ ແຫ່ງນີ້ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ຖ່າຍ​ຮູບ​ແຕ່ງ​​ງານ​ຂອງ​ບັນ​ດາ​ຄ​ູ່​ບາວ​​ສາວ.

ບໍ່ມີສິ່ງໃດທີ່ຍອດຍິ່ງກວ່າເມື່ອຄູ່ບາວສາວຖ່າຍຮູບຄວາມຮັກຂອງຕົນ, ເປັນອະນຸສອນແຫ່ງວັນກາຍເປັນຄູ່ຜົວເມຍດ້ວຍຊຸດຮູບຖ່າຍຢູ່ຄວາມສູງ 1.482 ມ, ເທິງຈອມພູບ່ານ່າ.

ໜຶ່ງໃນບັນດາສິ່ງທີ່ສ້າງຄວາມດຶງດູດບັນດາຄູ່ບາວສາວ ມາແຫ່ງນີ້ເພື່ອຖ່າຍຮູບແຕ່ງງານນັ້ນແມ່ນໂບດ Saint Denis ທີ່ເກົ່າແກ່

ນອກຈາກຄວາມດຶງດູດໃຈດ້ວຍທັດສະນີຍະພາບທີ່ສວຍງາມ, ອາກາດຢູ່ທີ່ນີ້ກໍ່ດີສົມຄວນປະມານ 17 – 20 ອົງສາ C.

ຄວາມສຸກຂອງຄູ່ບາວສາວເມື່ອຖ່າຍຮູບນຳກັນຢູ່ເຂດມີທິວທັດທຳມະຊາດງາມດັ່ງພາບແຕ້ມ

ເຖິງວ່າມີແດດ ຫຼື ມີນ້ຳໝອກກໍ່ຕາມ, ຍາມໃດບ່ານາ ກໍມີຄວາມງາມສະເພາະ ເຮັດໃຫ້ບັນດາຮູບຖ່າຍຂອງຄູ່ບາວສາວລ້ວນແຕ່ມີຄວາມງາມ

ຢູ່ທີ່ນີ້ເຄີຍຈັດ ບັນດາລາຍການສະແດງງານຢູ່ຕາມຖະໜົນຫົນທາງຢ່າງອຶກກະທຶກຄຶກໂຄມ, ມ່ວນຊື່ນ ສ້າງຄວາມປະທັບໃຈທີ່ຍາກຈະລືມໄດ້ໃຫ້ນັກທ່ອງທ່ຽວ ແລະ ບັນດາຄູ່ບາວສາວ
TAG
vovworld/vov/ຖ່າຍ​ຮູບ​ແຕ່ງ​ງານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ