logo

ແນວໂຮມປະເທດຊາດຫວຽດນາມ ຕິດຕາມກວດກາວຽກງານການເລືອກຕັ້ງຢ່າງແໜ້ນແຟ້ນ

2016/3/18 | 12:23:34
ນັບ​ແຕ່​ວັນ​ທີ 20/3 ທີ່​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈະ​ດຳ​ເນີນ 3 ບັ້ນ​ຕິດ​ຕາມກວດ​ກາເພື່ອ​ຊອກ​ຮູ້ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​

     ນັບ​ແຕ່​ວັນ​ທີ 20/3 ທີ່​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈະ​ດຳ​ເນີນ 3 ບັ້ນ​ຕິດ​ຕາມກວດ​ກາເພື່ອ​ຊອກ​ຮູ້ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດວຽກ​ງານການ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ​ໃນ​ພາກ​ຕົວ​ຈິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ໃນ​ວິ​ວັດ​ການ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ໃນ​ວັນ​ທີ 22/5 ທີ່​ຈະ​ມາ​ເຖິງ.

   


ຄະ​ນະຕິດ​ຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ​ລົງ​ຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງຢູ່​ແຂວງກວາງ​ຈິ

      ຈຸດ​ປະ​ສົງ​ຂອງການຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງ​ແມ່ນ​ເພື່ອ​ກຳ​ແໜ້ນ​ສະ​ພາບ​ການ, ໝາກ​ຜົນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍວຽກ​ງານການ​ເລືອກ​ຕັ້ງ​​ຢູ່​ທີ່ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໃນ​ທ້ອງ​ຖິ່ນ​ຕ່າງໆ. ຜ່ານ​ການ​ຕິດ​ຕາມກວດ​ກາ, ກໍ​ພົບເຫັນ​​ມີບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາ​ໃນ​ພຶດ​ຕິ​ກຳ​ແຫ່ງ​ການ​ຜັນ​ຂະ​ຫຍາຍວຽກ​ງານການ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ, ບັນ​ດາ​ການ​ລະ​ເມີດ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ເລືອກ​ຕັ້ງ​ເພື່ອ​ມີ​ທິດ​ທາງ​ແກ້​ໄຂ ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 22/5 ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ, ມີ​ຄວາມ​ປອດ​ໄພ ແລະ ກາຍ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ້​ຈິງ.

    ຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງຖືກ​ຕາມລະ​ບຽບ​ກົດ​ໝາຍ

    ຕາມ​ທ່ານ ວໍ້​ເສີ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ດົງ​ດາ, ຮ່າ​ໂນ້ຍ, ກົດ​ໝາຍ​ວ່າ​ດ້​ວຍ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ປີ 2015 ໄດ້​ກຳ​ນົດວ່າ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຕ້ອງ​ຕິດ​ຕາມກວດ​ກາ​ທັງ​ໝົດ​ວິ​ວັດ​ການ​ດຳ​ເນີນ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021. ທ່ານ ວໍ້​ເສີ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ດົງ​ດາ, ຮ່າ​ໂນ້ຍ ກ່າວ​ວ່າ :

    “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຕ້ອງ​ລົງ​ມື​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ, ກຳ​ແໜ້ນ​ວຽງ​ການ​ຂອງ​ບັນ​ດາ​ອົງ​ການ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ, ກົດ​ໝາຍ​ວ່າ​ດ້​ວຍ​ການ​ເລືອກ​ຕັ້ງ… ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມກໍ​ຕ້ອງ​ຕິດ​ຕາມກວດ​ກາ​ທຸກໆ​ຮູບ​ແບບ​ການ​ຈັດ​ຕັ້ງ, ຈັດ​ແບ່ງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ຮູບ​ການ​ດຳ​ເນີນ​ການ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ສະ​ເໜີຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ນີ້​ແມ່ນ​ວຽກ​ງານ​ທີ່​ສຳ​ຄັນ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຕ້ອງ​ເຮັດ​ທຸກ​ຂັ້ນ​ຕອນ, ນັບ​ທັງ​ການ​ຈັດ​ແບ່ງ, ພິ​ຈາ​ລະ​ນາ​ມາດ​ຕະ​ຖານ​ຂອງ​ແຕ່​ລະ​ສ່ວນ​ບຸກ​ຄົນ​ຢູ່​ຂັ້ນ​ຕ່າງໆ ”

     ໃນ​ວຽກ​ງານ 6 ປະ​ການ​ທີ່​ສຳ​ຄັນ​ຂອງ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ນັ້ນ, ນອກ​ຈາກ​ການ​ປຶກ​ສາ​ຫາ​ລື, ເລືອກ​ເຟັ້ນ, ສະ​ເໜີຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ຕິດ​ຕາມກວດ​ກາວິ​ວັດການ​ເລືອກ​ຕັ້ງ ແມ່ນ​ສຳ​ຄັນ​ທີ່​ສຸດ.       ທ່ານ​ເລ​ຈ​ວ່ຽນ ອະ​ດີດ​ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ : ວຽກ​ງານນີ້​ຕ້ອງ​ໄດ້​ປະ​ຕິ​ບັດ​ຢ່າງ​ຮັດ​ກຸ່ມ, ຖືກ​ຕາມ​ລະ​ບຽບ​ກົດ​ໝາຍ​ເພື່ອ​ໃຫ້​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ລະ​ບົບ​ການ​ເມືອງ, ຮັບ​ປະ​ກັນ​ສິດ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຂອງ​ປະ​ຊາ​ຊົນ. ທ່ານ ເລ​ຈ່​ວຽນ​ກ່າວ​ວ່າ :

       “ ການຕິດ​ຕາມກວດ​ກາ ບໍ່​ແມ່ນ​ການຕິດ​ຕາມກວດ​ກາລວມໆແບບ​ຮູບ​ການ, ແຕ່​ກ້າວ​ໄປ​ເຖິງການຕິດ​ຕາມກວດ​ກາວຽກ​ງານ​ໂດຍ​ກົງ, ວິ​ທີ​ການ​ເລືອກຕັ້ງ, ນັບ​ບັດ…ສຳ​ລັບ​ວຽກ​ງານນີ້, ປະ​ຊາ​ຊົນ​ມີ​ຄວາມ​ຫວັງ​ຢ່າງ​ຍິ່ງວ່າ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຕ້ອງສະ​ແດງ​ໃຫ້​ເຫັນບົດ​ບາດຂອງ​ຕົນ​ຢ່າງ​ຈະ​ແຈ້ງ. ການຕິດ​ຕາມກວດ​ກາຢູ່ນີ້ ກໍ​ແມ່ນ​ການ ຕິດ​ຕາມກວດ​ກາ​ຕົນ​ເອງ. ການຕິດ​ຕາມກວດ​ກາວິ​ວັດ​ການ​ປຶກ​ສາ​ຫາ​ລື​ຈະ​ມີ​ຫຍັງ​ທີ່​ກ້າວ​ໜ້າ​ກ່​ວາ​ເກົ່າ ແລະ ມີ​ຄວາມ​ຖືກ​ຕ້ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕຫຼືບໍ່. ເພາະ​ວ​່າ ການ​ເລ​ືອກ​ຕັ້ງກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວຽກ​ງານ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ລະ​ບົບ​ອົງ​ການ​ສຳ​ນັກ​ງານ​ລັດແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ”

    ເລັ່ງ​ໃສ່ຕິດ​ຕາມກວດ​ກາການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ

  ເພື່ອ​ຜັນ​ຂະ​ຫຍ​າຍ​ການ ຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຫາ​ກໍ​ຮັບ​ຮອງ​ເອົາ​ແຜນ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານຕິດ​ຕາມກວດ​ກາການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021. ທ່ານ​ຫງວຽນ​ວັນ​ຟາ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຈະຕິດ​ຕາມກວດ​ກາຢ່າງ​ແໜ້ນ​ແຟ້ນ​ວິ​ວັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ. ຍົກ​ຕົວ​ຢ່າງ​ຄື​ການມອບ​ຂອງ​ຂວັນ, ເຮັດ​ວຽກ​ງານ​ກຸ​ສົນ, ຖ້າ​ຫາກ​ເຫັນ​ວ່າ ວຽກ​ງານນີ້​ແມ່ນ​ເພື່ອ​ການ​ເອົາ​ໃຈຜູ້​ປ່ອນ​ບັດ ແມ່ນບໍ່​ໄດ້​ຢ່າງ​ເດັດ​ຂາດ. ຖ້າ​ຫາກແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມເມື່ອ​ຕິດ​ຕາມກວດ​ກາ ກໍ​ຮູ້​ກ່ຽວ​ກັບ​ເລື່ອງນີ້, ຫຼື​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເວົ້າ​ວ່າ ທ່ານນີ້​ທ່ານນັ້ນ​ລົງ​ໄປ​ໃຫ້​ເງິນນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄົນ​ນັ້ນ​ຈະ​ຕ້ອງ​ລົບ​ຊື່​ອອກ, ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ເລີຍ ”

        ຕາມ​ແຜນ​ການ, ການ​ເຄື່ອນ​ໄຫວຕິດ​ຕາມກວດ​ກາວຽກ​ງານການ​ເລືອກ​ຕັ້ງ ແມ່ນ​ຕ້ອງ​ດຳ​ເນີນ​ຢ່າງ​ທັນ​ການ, ມີ​ຄວາມ​ປະ​ຢັດ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ. ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ເລືອກ​ຕັ້ງ​ໄດ້​ຖືກ​ແຈ້ງ​ມາ​ຍັງ​ຄະ​ນະ​ປະ​ຈຳ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນ​າມ ແລະ ສະ​ພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເພື່ອ​ພິ​ຈາ​ລະ​ນາ​ແກ້​ໄຂ ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເລ​ືອກ​ຕັ້ງ​ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕ ແລະ ຖືກ​ຕາມ​ລະ​ບຽບ​ກົດ​ໝາຍ.
TAG
vovworld/ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ