logo

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

2022/7/27 | 09:19:00
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ໄດ້ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ (ພາບ: ກວາງວິງ)

ທີ່ການພົບປະເຈລະຈາ, ການນໍາສອງອົງການແນວໂຮມປະເທດຊາດ ໄດ້ປຶກສາຫາລື, ເປັນເອກະພາບກ່ຽວກັບການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ໄລຍະ 2022 – 2027. ເມື່ອແລກປ່ຽນກ່ຽວກັບວຽກງານແນວໂຮມປະເທດຊາດ, ທ່ານປະທານຄະນະກຳມະການສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ສະເໜີໃຫ້ ຫວຽດນາມ ແບ່ງປັນບົດຮຽນປະສົບການໃນວຽກງານຂົນຂວຍປຸກລະດົມ, ເຕົ້າໂຮມປະຊາຊົນຢູ່ຕ່າງປະເທດ, ບົດຮຽນປະສົບການໃນການສ້າງ, ຈັດຕັ້ງສະພາຊາວກະສິກອນ ແລະ ບົດຮຽນປະສົບການໃນການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍແນວໂຮມປະເທດຊາດ. ສ່ວນທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ  ໂດ້ວັນຈ໊ຽນ ຍາມໃດກໍກຽມພ້ອມແບ່ງປັນບົດຮຽນປະສົບການ, ຊ່ວຍເຫຼືອ ລາວ ໃນບັນຫານີ້ ແລະ ແບ່ງປັນບົດຮຽນປະສົບການຂອງແນວໂຮມປະເທດຊາດ ຫວຽດນາມ ໃນວຽກງານການທູດປະຊາຊົນ.

        ພາຍຫຼັງການພົບປະເຈລະຈາ, ທ່ານ ໂດ້ວັນຈ໊ຽນ ແລະ ທ່ານສິນລະວົງ ຄູດໄພທູນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງອົງການແນວໂຮມປະເທດຊາດ ໄລຍະ 2022 – 2027. ເນື່ອງໃນໂອກາດນີ້, ທ່ານປະທານ ໂດ້ວັນຈ໊ຽນ ໄດ້ມອບຂອງຂວັນຊ່ວຍເຫຼືອຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກຊາວລາວ ແລະ ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ລາວ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈຳນວນ 70 ພູດ.


TAG
VOV/VOVworld/ແນວ​ໂຮມ​ປະ​ເທດ​ຊາດ/ແນວ​ລາວ​ສ້າງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ