ແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງປະຊາຄົມອາຊຽນ ຢູ່ ມາເລເຊຍ (ພາບ: ຫວຽດນາມ +) |
ທີ່ເຫດການ, ທ່ານນາງ ຟ້າມທິຮົ່ງລຽນ ພັນລະຍາຂອງທ່ານ ເລກຸ້ຍກວິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ແນະນຳກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຄື: ຂັບກວານເຫາະ, ພາບພື້ນເມືອງ ດົງໂຮ່ ກໍ່ຄືບັນດາຜະລິດຕະພັນສີຂັດມັນຫັດຖະກຳ ໄດ້ເຮັດດ້ວຍສີມືອັນຄ່ອງແຄ້ວຂອງນັກສິລະປະການ ຫວຽດນາມ. ຫລັງຈາກນັ້ນ, ບັນດາພັນລະຍາຂອງບັນດາເອກອັກຄະລັດຖະທູດ ແລະ ສະມາຊິກບັນດາປະເທດ ອາຊຽນ ກໍ່ໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.




