logo

ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສົ່ງ​ເສີມ​ກະ​ສິ​ກຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ

2019/9/11 | 10:53:45
(VOVWORLD) - ກອງປະຊຸມສຳມະນາສຳພັນທະມິດບັນດາອົງການສົ່ງເສີມກະສິກຳ ອະນຸພາກພື້ນແມ່ນ້ຳຂອງ (MELA) ຄັ້ງທີ 5 ປີ 2019 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່ນະຄອນດ່ານັ້ງ.
 ທ່ານຫງວຽນໂດແອັງຕວັນ, ຫົວໜ້າກົມຮ່ວມມືສາກົນ (ກະຊວງກະສິກຳ ແລະ ການພັດທະນາຊົນນະບົດ) ກ່າວຄຳເຫັນໄຂກອງປະຊຸມສຳມະນາ (ພາບ: TTXVN)

ກອງປະຊຸມສຳມະນາໄດ້ດຳເນີນໃນລະຫວ່າງວັນທີ 11 – 14 ກັນຍາ ໂດຍສູນສົ່ງເສີມກະສິກຳແຫ່ງຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ຈັດຕັ້ງຂຶ້ນ, ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 60 ທ່ານທີ່ມາຈາກ 5 ປະເທດແມ່ນ: ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ເປົ້າໝາຍຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນແບ່ງປັນຂໍ້ມູນຂ່າວສານ, ຄວາມຮູ້, ບົດຮຽນ, ປະສົບການ ໃນການບໍລິການໃຫ້ຄຳປຶກສາດ້ານກະສິກຳ ແລະ ສົ່ງເສີມກະສິກຳລະຫວ່າງບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ, ບັນດາການຄົ້ນຄ້ວາໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ. ຜູ້ຕາງໜ້າຂອງບັນດາປະເທດໄດ້ສະເໜີບົດລາຍງານຫຼາຍບົດກ່ຽວກັບສະພາບການຕົວຈິງຂອງບັນດານະໂບບາຍ ແລະ ຄວາມມາຍະພະຍາຍາມແຫ່ງຊາດສຳລັບກະສິກຳອັດສະລິຍະເຊິ່ງສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳຂຽວ ແລະ ການພັດທະນາບັນດາອົງການຊາວກະສິກອນ.

TAG
VOV/VOVworld/ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ/ກະ​ສິ​ກຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ