logo

ແຜນການກະທຳເດືອນຈຸດສຸມຕ້ານການຫາປາແບບຜິດກົດໝາຍ

2025/10/22 | 10:48:00
(VOVWORLD) - ຂໍ້ຕົກລົງຊີ້ແຈ້ງທັດສະນະແມ່ນເປີດບັ້ນຈຸດສຸມ, ເດັດດ່ຽວແກ້ໄຂບັນດາການກະທຳລະເມີດຂໍ້ກຳນົດກ່ຽວກັບ IUU ຢ່າງເຖິງຖອງ
(ພາບປະກອບ: VGP)

ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ “ແຜນການກະທຳເດືອນຈຸດສຸມຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ການພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.

ຂໍ້ຕົກລົງຊີ້ແຈ້ງທັດສະນະແມ່ນເປີດບັ້ນຈຸດສຸມ, ເດັດດ່ຽວແກ້ໄຂບັນດາການກະທຳລະເມີດຂໍ້ກຳນົດກ່ຽວກັບ IUU ຢ່າງເຖິງຖອງ; ສະກັດກັ້ນ, ບໍ່ປະໃຫ້ເລື່ອງກຳປັ່ນລະເມີດການຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດເກີດຂຶ້ນຄືນອີກ. ເປົ້າໝາຍຂອງແຜນການແມ່ນສຸມໃສ່ແຫຼ່ງກຳລັງປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂຮີບດ່ວນ, ມີຈຸດສຸມເປັນຢ່າງສູງ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນການຕ້ານການຂຸດຄົ້ນ IUU ຢ່າງເຖິງຖອງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ຮອດວັນທີ 15 ພະຈິກ 2025 ຈະບໍ່ເກີດມີບັນດາເຫດລະເມີດການຂາດການຕິດຕໍ່ VMS ກວ່າ 6 ຊົ່ວໂມງ ທີ່ບໍ່ລາຍງານກັບເຂດດິນຕໍ່ແຜ່ນ, ຂາດການຕິດຕໍ່ກວ່າ 10 ວັນໂດຍບໍ່ນຳກຳປັ່ນເຂົ້າທຽບທ່າ, ອອກໄປກາຍເຂດທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນທາງທະເລ.

TAG
VOV/VOVworld/ກຳ​ປັ່ນ/​ລະ​ເມີດ/ຂຸດ​ຄົ້ນ/​ຜິດ​ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ