logo

ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ

2022/8/25 | 10:55:43
(VOVWORLD) -ກະຊວງຕຳຫຼວດ ຫວຽດນາມ ກຳນົດວ່າ ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງກຳລັງຕຳຫຼວດ 2 ປະເທດເວົ້າສະເພາະ
(ທ່ານລັດຖະມົນຕີ ໂຕເລິມ   ກ່າວຄຳເຫັນທີ່ພິທີ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 25 ສິງຫາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ, ເຊິ່ງແມ່ນຂອງຂວັນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ ສປປ.ລາວ. ໂຄງການມີເນື້ອທີ່ 6,5 ເຮັກຕາ, ຢູ່ນະຄອນຫຼວງ ວຽງຈັນ. ຄາດວ່າ, ພາຍຫຼັງນຳເຂົ້າໃຊ້ການ, ໂຄງການຈະມີພື້ນຖານວັດຖຸຢ່າງຄົບຖ້ວນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງ, ສິດສອນ ແລະ ຮ່ຳຮຽນທິດສະດີການເມືອງ ດ້ວຍຈຳນວນສຶກສາ 1.200 ຄົນ, ພະນັກງານ, ຄູອາຈານ 150 ຄົນ.

        ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ກຳນົດວ່າ ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງກຳລັງຕຳຫຼວດ 2 ປະເທດເວົ້າສະເພາະ, ພ້ອມທັງປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດເພື່ອຄວາມຍື່ນຍົງຄົງຕົວ ແລະ ການພັດທະນາຢ່າງວັດທະນາຖາວອນຂອງ 2 ຊາດ.

        ກ່ຽວກັບຝ່າຍ ລາວ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ໄດ້ຂອບໃຈຕໍ່ກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ໜຊ່ວຍເຫຼືອ, ໜູນຊ່ວຍກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ; ທ່ານຢືນຢັນວ່າ ໂຄງການຈະຊ່ວຍໃຫ້ກຳລັງຄວາມສະຫງົບ ລາວ ປະຕິບັດສຳເລັດໜ້າທີ່ໄດ້ເປັນຢ່າງດີ, ພິເສດແມ່ນໃນວຽກງານການສຶກສາທິດສະດີການເມືອງ.

TAG
VOV/VOVworld/​ທິດ​ສະ​ດີ​/ການ​ເມືອງ/ວິ​ໄລ ຫຼ້າ​ຄຳ​ຟອງ/​ຄວາມ​ສະ​ຫງົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ