logo

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

2025/10/21 | 07:24:25
(VOVWORLD) - ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ....

(ພາບ: Vietnam+)

    ວັນທີ 20 ຕຸລາ, ຢູ່ນະຄອນ ໂຮ່ຈິມິນ, ທະນາຄານ UOB ຫວຽດນາມ ປະກາດການຮ່ວມມືຍຸດທະສາດກັບ Oxalis Adventure, ພາຍໃຕ້ການອຸປະຖຳຂອງຄະນະຄຸ້ມຄອງປ່າສະຫງວນ ຟອງຍາ-ແກບາງ ເພື່ອແນໃສ່ໂຄສະນາ “ອານາຈັກແຫ່ງຖ້ຳ ຟອງຍາ-ແກບາງ” ແລະ ພັດທະນາການທ່ອງທ່ຽວຊີວະພາບ ອອກສູ່ບັນດາປະເທດ ອາຊຽນ ຄື: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຫວຽດນາມ. ຕາມຂໍ້ຕົກລົງ, ເຈົ້າຂອງບັນຊີຂອງທະນາຄານ UOB ຢູ່ 5 ປະເທດດັ່ງກ່າວ ຈະໄດ້ຮັບການຫລຸດລາຄາ 10% ເມື່ອຈອງລາຍການທ່ອງທ່ຽວໂດຍ Oxalis ຈັດຂຶ້ນຢູ່ ຟອງຍາ-ແກບາງ. Oxalis Adventure ແມ່ນວິສາຫະກິດທ່ອງທ່ຽວພະຈົນໄພທີ່ມີສຳນັກງານຕັ້ງຢູ່ ກວາງບິນ ໃຫ້ຮູ້ວ່າ: ລາຍການຮ່ວມມືໄດ້ເປີດໂອກາດໂຄສະນາບັນດາລາຍການທ່ອງທ່ຽວຄົ້ນຫາຖ້ຳ, ໃນນັ້ນ ມີຖ້ຳ ເຊີນດ່ອງ ກັບບັນດາກຸ່ມແຂກທ່ອງທ່ຽວສາກົນ. ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ ໃຫ້ແກ່ຜູ້ທີ່ຢາກມີຄວາມຮູ້ສຶກຢ່າງເລິກເຊິ່ງກວ່າ ກ່ຽວກັບຄວາມງາມ ແລະ ຄຸນຄ່າຂອງທຳມະຊາດ ຫວຽດນາມ.

TAG
VOV/VOVworld/ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ/ທະນາຄານ UOB ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ