logo

ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ, ຈູງກິ່ງ ແລະ ຊືຈວານ

2025/10/22 | 08:51:05
(VOVWORLD) - ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງ ຈີນ, ລວມມີ: ປັກກິງ, ຈູງກິ່ງ ແລະ ຊືຈວານ
(ທີ່ລາຍການໂຄສະນາການທ່ອງທ່ຽວ)

        ຕອນຄ່ຳວັນທີ 21 ຕຸລາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຈັດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວ 2 ປະເທດ 250 ແຫ່ງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈູງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງ ຈີນ, ລວມມີ: ປັກກິງ, ຈູງກິ່ງ ແລະ ຊືຈວານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ແລະ ປີພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ຈີນ 2025.

        “ເລື່ອງພວກເຮົາມີໜ້າຢູ່ນະຄອນຫຼວງ ປັກກິງ ໃນມື້ນີ້, ໃນຂອບເຂດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ປີ 2025, ນັ້ນແມ່ນສານຢ່າງແຮງ ສະແດງຄວາມຕັດສິນໃຈລວມຂອງ 2 ຂະແໜງການທ່ອງທ່ຽວ ໃນການຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ປະກອບສ່ວນປັບປຸງການພັວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງທີ່ດີງາມລະຫວ່າງປະຊາຊົນ 2 ປະເທດ”.

TAG
VOV/VOVworld/ເປີດ​ສາກ/​ທຳ​ອິດ/ເຄື່ອນ​ໄຫວ/​ໂຄ​ສະ​ນາ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ