logo

ໂຄ​ສະ​ນາ​ອາ​ຫານ, ວັດ​ທະ​ນະ​ທຳ ແລ​ະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ Israel

2025/9/15 | 08:09:00
(VOVWORLD) -ການພົບປະໂອ້ລົມໃນຫົວຂໍ້ “ອາຫານ, ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ” ທີ່ດຳເນີນຂື້ນໃນວັນທີ 14 ກັນຍາ ຢູ່ ນະຄອນຫຼວງ Tel Aviv ຂອງ Israel ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດາສະມາຊິກສະໂມສອນແມ່ຍິງສາກົນ Israel (IWC) ແລະ ແຂກຖືກເຊີນ.
ທ່ານ ສາດສະດາຈານ Nir Avieli, ປະທານສະຫະສະມາຄົມ  ມະນຸດວິທະຍາ Israel ແບ່ງປັນກ່ຽວກັບອາຫານການກິນ ຫວຽດນາມ (ພາບ:TTXVN)

ການພົບປະໂອ້ລົມໃນຫົວຂໍ້ “ອາຫານ, ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ” ທີ່ດຳເນີນຂື້ນໃນວັນທີ 14 ກັນຍາ ຢູ່ ນະຄອນຫຼວງ Tel Aviv ຂອງ Israel ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດາສະມາຊິກສະໂມສອນແມ່ຍິງສາກົນ Israel (IWC) ແລະ ແຂກຖືກເຊີນ, ໃນນັ້ນມີການເຂົ້າຮ່ວມຂອງ ທ່ານ ລີດືກຈຸງ, ເອກອັກຄະລັດຖະທູດ ແຫ່ງ ຫວຽດນາມ ປະຈຳ Israel ແລະ ພັນລະຍາ

        ໃນເຫດການ, ທ່ານ ສາດສະດາຈານ Nir Avieli, ປະທານສະຫະສະມາຄົມ  ມະນຸດວິທະຍາ Israel, ໄດ້ແບ່ງປັນປະສົບການທີ່ມິຄວາມຫຼາກຫຼາຍ ແລະບັນດາການສັງເກດການ ແລະ ການຄົ້ນຄວ້າຢ່າງເລືກເຊິ່ງຂອງທ່ານ ກ່ຽວກັບຂອງອາຫານຫວຽດນາມ ໃນການດຳລົງຊີວິດ, ບົດບາດຂອງຄາບເຂົ້າໃນການສ້າງຊຸມຊົນ, ກໍ່ຄືສູດວິທີອາຫານທີ່ສະທ້ອນເຖິງສີສັນວັດທະນະທຳ ແລະ ບັນດາປັດໃຈໃນສັງຄົມ, ທ່ານ Nir Avieli ຍັງໄດ້ ແລະ ແບ່ງປັນມູມມອງ ກ່ຽວກັບກຳລັງບົ່ມຊ້ອນ ການພັດທະນາ ການທ່ອງທ່ຽວ ວັດທະນະທຳຫວຽດນາມ, ພິເສດແມ່ນ ອາຫານການກິນ.

ໃນງານດັ່ງກ່າວ, ບໍ່ພ່ຽງແຕ່ເປັນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ແຕ່ຍັງໄດ້ປະກອບສ່ວນສົ່ງເສີມການແລກປ່ຽນປະຊາຊົນຂອງສອງປະເທດ ຫວຽດນາມ-Israel, ພິເສດແມ່ນໃນສະພາບທີ່ສອງປະເທດກຳລັງ ນັບມື້ນັບເປີດກວ້າງການຮ່ວມມື ໃນຫຼາຍຂົງເຂດ.

TAG
VOV/VOVworld/ອາຫານ/ວັດທະນະທຳ/Israel

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ