logo

ໂທ​ລະ​ເລກອວຍ​ພອນ 65 ປ​ີ​ແຫ່ງວັນ​ສ້​າງ​ຕັ້​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ

2020/3/22 | 09:12:02
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກຫົໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ  (ພາບ: TTXVN)

ໂທລະເລກໄດ້ຊີ້ແຈ້ງວ່າ: 65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມແລະປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານແລະໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດແລະປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ.

TAG
VOV/VOVworld/ໂທ​ລະ​ເລກອວຍ​ພອນ/ວັນ​ສ້​າງ​ຕັ້​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ