logo

ໂລກ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເພີ່ມພະ​ລັງ​ງານໄຟ​ຟ້າ​ທົດ​ແທນ ​ທົບ 3 ເທົ່າ​​ໃນ​ປີ 2030

2025/10/8 | 11:20:00
(VOVWORLD) - ກຳລັງແຮງພະລັງງານທົດແທນທົ່ວໂລກພຽງແຕ່ເພີ່ມຂຶ້ນປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າເມື່ອທຽບໃສ່ລະດັບຂອງປີ 2022, ຕ່ຳກວ່າຫຼາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນແມ່ນ 5.500 GW.
ໂຮງງານໄຟຟ້າແສງຕາເວັນ ຢູ່ Konya, ຕວັກກີ  (ພາບປະກອບ: THX/TTXVN)

ວັນທີ 07 ຕຸລາ, ອົງການພະລັງງານສາກົນ (IEA) ກ່າວເຕືອນລະດັບການພັດທະນາພະລັງງານທົດແທນທົ່ວໂລກພວມມີສັນຍານຊັກຊ້າລົງ, ເຮັດໃຫ້ໂລກຍາກທີ່ຈະບັນລຸໄດ້ເປົ້າໝາຍເພີ່ມປະລິມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າໃນປີ 2030, ເຊິ່ງເປັນເປົ້າໝາຍໜຶ່ງທີ່ສຳຄັນໃນຄວາມມານະພະຍາຍາມຈຳກັດການປ່ຽນແປງຂອງດິນຟ້າອາກາດ.

        ຕາມບົດລາຍງານຫຼ້າສຸດ, IEA ຄາດຄະເນວ່າ ກຳລັງແຮງພະລັງງານທົດແທນທົ່ວໂລກພຽງແຕ່ເພີ່ມຂຶ້ນປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າເມື່ອທຽບໃສ່ລະດັບຂອງປີ 2022, ຕ່ຳກວ່າຫຼາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນແມ່ນ 5.500 GW. ເຫດຜົນຫຼັກໄດ້ຮັບຖືວ່າແມ່ນຍ້ອນບັນດາການປ່ຽນແປງກ່ຽວກັບນະໂຍບາຍ, ຂໍ້ກຳນົດ ແລະ ຕະຫຼາດ ນັບແຕ່ເດືອນຕຸລາ 2024.

        IEA ເນັ້ນໜັກວ່າ ພະລັງງານທົດແທນໄດ້ຊ່ວຍໃຫ້ຫຼາຍປະເທດຫຼຸດຜ່ອນການເອືອຍອີງຕໍ່ການນຳເຂົ້າເຊື້ອເພີງ, ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດລົງທຶນຍົກລະດັບຕາໜ່າງໄຟຟ້າ.

TAG
VOV/VOVworld/ພະ​ລັງ​ງານ​ໄຟ​ຟ້າ​ທົດ​ແທນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ