logo

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 6 ​ປະ​ຕິ​ບັດ​ສຳ​ເລັດ​ ​ໜ້າ​ທີ່ ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ຊູ​ດັງ​ໃຕ້​ຢ່າງ​ດີເດັ່ນ

2025/9/27 | 06:20:49
(VOVWORLD) - ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຜັນຂະຫຍາຍຢ່າງເປັນທາງການ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແຕ່ວັນທີ 26 ກັນຍາ 2024. ໂຮງໝໍກາງສະໜາມລວມມີພະນັກງານ, ລັດຖະກອນທັງໝົດ 63 ຄົນ. 
ພິທີຕ້ອນຮັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ກັບເມືອປະເທດ  (ພາບ: qdnd)

ຕອນຄ່ຳວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ສປຊ ຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີຕ້ອນຮັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 6 ທີ່ໄດ້ປະຕິບັດສຳເລັດ ໜ້າທີ່ ຮັກສາສັນຕິພາບ ຢູ່ ຊູດັງໃຕ້ຢ່າງດີເດັ່ນກັບເມືອປະເທດ ພາຍຫຼັງສິ້ນສຸດການອາຍຸການປະຕິບັດວຽກງານ.ຜູ້ຕາງໜ້າກົມຮັກສາສັນຕິພາບ ຫວຽດນາມ ພ້ອມກັບບັນດາຜູ້ແທນໄດ້ຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບດອກໄມ້ໃຫ້ແກ່ພະນັກງານ, ລັດຖະກອນ ໂຮງໝໍ. ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ຜັນຂະຫຍາຍຢ່າງເປັນທາງການ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ແຕ່ວັນທີ 26 ກັນຍາ 2024. ໂຮງໝໍກາງສະໜາມລວມມີພະນັກງານ, ລັດຖະກອນທັງໝົດ 63 ຄົນ. ໃນເວລ 1 ປີ ປະຕິບັດໜ້າທີ່ ຢູ່ ຊູດັງໃຕ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ກວດປິ່ນປົວພະຍາດໃກ່ຄົນເຈັບກ່ວາ 2.600 ຄົນ, ໃນນັ້ນພົ້ນເດັ່ນແມ່ນ ປະຕິບັດສຳເລັດຫຼາຍການຜ່າຕັດ, ການປິ່ນປົວທີ່ຍາກ. ພ້ອມທັງ, ໂຮງໝໍໄດ້ຈັດຂຶ້ນຫຼາຍການເຄື່ອນໄຫວຂົນຂວາຍປະຊາຊົນທີ່ມີຄວາມໝາຍ ແທ້ຈິງ, ໂດຍເພື່ອນມິດສາກົນ ແລະ ປະຊາຊົນທ້ອງຖິ່ນຕີລາຄາສູງ, ພົ້ນເດັ່ນແມ່ນບັນດາໂຄງການເບິ່ງແຍງດູແລສຸຂິພາບໃຫ້ແກ່ວົງຄະນະຍາດ, ໜູນຊ່ວຍການສຶກສາ, ພົບປະແລກປ່ຽນວັດທະນະທຳ.

TAG
VOV/VOVworld/ຫວຽດ​ນາມ/ສັນ​ຕິ​ພາບ/ສະ​ຫະ​ປະ​ຊາ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ