logo

ໂຮງ​ໝໍ ຫວຽດ​ນາມ - ຊູ​ແອັດ ອວງ​ບີ ຕັດ​ສິນ​ໃຈ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ​ເຕັກ​ນິກ​ສູງ

2025/12/22 | 12:15:00
(VOVWORLD) - ແຂວງ ກວາງນິງ ຫາກໍ່ເລີ່ມລົງມືກໍ່ສ້າງໂຄງການເປີດກວ້າງ, ຍົກລະດັບໂຮງໝໍ ຫວຽດນາມ - ຊູແອັດ ອວງບີ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນສຳລັບຂະແໜງສາທາລະນະສຸກຂອງແຂວງເທົ່ານັ້ນ, ຫາກຍັງແມ່ນຄວາມຕັດສິນໃຈດ້ານການເມືອງຂອງແຂວງ ໃນການປະຕິບັດເປົ້າໝາຍນຳ ກວາງນິງ ກາຍເປັນໜຶ່ງໃນບັນດາສູນການບໍລິການເຕັກນິກສູງຂອງທັງປະເທດໃຫ້ປະກົດຜົນເປັນຈິງ, ໃນນັ້ນຂົງເຂດສາທາລະນະສຸກສວມບົດບາດເປັນພື້ນຖານ.
ບັນດາຜູ້ແທນເຂົ້າຮ່ວມ (ພາບ: baoquangninh.vn)
 
 ໂຄງການມີມູນຄ່າລົງທຶນທັງໝົດເກືອບ 1.300 ຕື້ດົ່ງ ຈາກແຫຼ່ງງົບປະມານແຫ່ງລັດ, ໄລຍະເວລາປະຕິບັດ 2025 – 2029. ຈຸດສຸມຂອງໂຄງການດັ່ງກ່າວແມ່ນລົງທຶນກໍ່ສ້າງ ຕຶກອາຄານຊັ້ນສູງຮັບໃຊ້ການກວດ, ປິ່ນປົວພະຍາດ ດ້ວຍເນື້ອທີ່ທັງໝົດກວ່າ 60.000 ຕາແມັດ, ສາມາດບັນຈຸໄດ້ຕຽງນອນຄົນເຈັບປະມານ 680 ຕຽງ, ພ້ອມດ້ວຍລະບົບບັນດາພະແນກ, ຂະແໜງລົງເລິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກວດ ແລະ ປິ່ນປົວພະຍາດທີ່ມີຄຸນນະພາບສູງໃນໄລຍະພັດທະນາໃໝ່.
  ເມື່ອກໍ່ສ້າງສຳເລັດ, ກິດຈະກຳນີ້ຈະສ້າງບາດລ້ຽວກ່ຽວກັບຄວາມສາມາດກວດ, ປິ່ນປົວພະຍາດຂອງແຂວງໄດ້ໂດຍພື້ນຖານ (ພາບ: baoquangninh.vn)

        ເມື່ອກໍ່ສ້າງສຳເລັດ, ກິດຈະກຳນີ້ຈະສ້າງບາດລ້ຽວກ່ຽວກັບຄວາມສາມາດກວດ, ປິ່ນປົວພະຍາດຂອງແຂວງໄດ້ໂດຍພື້ນຖານ; ປະກອບສ່ວນຫຼຸດຄວາມກົດດັນໃຫ້ແກ່ບັນດາໂຮງໝໍຂັ້ນສູນກາງ; ເປີດໂອກາດເພື່ອໃຫ້ປະຊາຊົນໃນແຂວງ ແລະ ເຂດພາກໄດ້ເຂົ້າເຖິງບັນດາການບໍລິການສາທາລະນະສຸກເຕັກນິກສູງຢູ່ທ້ອງຖິ່ນ.

TAG
VOV/VOVworld/ໂຮງ​ໝໍ ຫວຽດ​ນາມ - ຊູ​ແອັດ ອວງ​ບີ/ສູນ​ບໍ​ລິ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ