logo

ໂຮ້ຍ​ອານ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັບ​ພົບ​ແຖວ​ໜ້າ​ຂອງ​ຂະ​ແໜງທ່ອງ​ທ່ຽວ ຫວຽດ​ນາມ ແລະ ໂລກ

2025/10/20 | 11:38:24

(VOVWORLD) -  ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.

 ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ (ພາບ: TTXVN)

ໄລຍະແຕ່ປີ 2012 – 2025, ຄຸ້ມເມືອງເກົ່າ ໂຮ້ຍອານ, ນະຄອນ ດ່າໜັງ ໄດ້ຮັບການລົງທຶນ 1.324.000 ຕື້ກວ່າດົ່ງ (ປະມານ 58 ລ້ານ USD) ເພື່ອວາງແຜນຜັງສັງລວມ, ອະນຸລັກຮັກສາ, ບູລະນະປະຕິສັງຂອນ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກຕິດພັນກັບການທ່ອງທ່ຽວ. “ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບແຜນຜັງລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນສັງລວມ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ ຕິດພັນກັບການພັດທະນາການທ່ອງທ່ຽວ ໄລຍະ 2012 – 2025 ໂດຍ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຄຸ້ມເມືອງ ເກົ່າ ໂຮ້ຍອານ.

        ມໍລະດົກວັດທະນະທຳໂລກຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ໃນແຜນທີ່ມໍລະດົກໂລກ. ໂຮ້ຍອານ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳ ຈາກອົງການ     UNESCO ເມື່ອປີ 1999.

        ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.


TAG
VOV/VOVworld/UNESCO/ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ