logo

ໃຫ້ຄໍາປຶກສາກ່ຽວກັບນະໂຍບາຍກະສິກໍາໃຫ້ແກ່ອະນຸພາກພື້ນແມ່ນໍ້າຂອງ

2019/7/18 | 09:29:00
(VOVWORLD) -ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ມີຂະແໜງກະສິກໍາ ສວມບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ສະຖຽນລະພາຍໃນສັງຄົມ. 

ສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກໍາຊົນນະບົດ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫາກໍສົມທົບກັບກອງທຶນພັດທະນາກະສິກໍາສາກົນ (IFAD) ຈັດຕັ້ງກອງປະຊຸມສໍາມະນາເລີ່ມຕົ້ນໂຄງການ “ຕາໜ່າງຄົ້ນຄວ້າ ແລະ ໃຫ້ຄໍາປຶກສານະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດໃຫ້ບັນດາປະເທດຢູ່ເຂດອະນຸພາກພື້ນແມ່ນໍ້າຂອງ” (NARDT) ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຄົ້ນຄວ້າ, ສົນທະນາ, ປັບປຸງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວຄົ້ນຄວ້າ, ປຸກລະດົມ ແລະ ປະຕິບັດນະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດຢູ່ບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ.

ຜູ້ຕາງໜ້າ 4 ປະເທດ ອະນຸພາກພື້ນແມ່ນໍ້າຂອງ ລົງນາມໃນບົດບັນທຶກກ່ຽວກັບການຮ່ວມມືປະຕິບັດໂຄງການ (ພາບ: TTXVN)

        ຕາມບັນດານັກຊ່ຽວຊານແລ້ວ, ໃນກຸ່ມ ອາຊຽນ, ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ມີຂະແໜງກະສິກໍາ ສວມບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ສະຖຽນລະພາຍໃນສັງຄົມ. ທ່ານ Thomas Rath, ຜູ້ອໍານວຍການແຫ່ງຊາດຫວຽດນາມ ແລະ ລາວ - ພາກພື້ນ ອາຊີ ປາຊີຟິກ - ກອງທຶນພັດທະນາກະສິກໍາສາກົນ, ໃຫ້ຮູ້ວ່າ:

        “ນີ້ແມ່ນຮູບແບບທໍາອິດ ເຊິ່ງພວກຂ້າພະເຈົ້າໝູນໃຊ້ວິທີສໍາຜັດ ແມ່ນເຊື່ອມຕໍ່ລະຫວ່າງບັນດາອົງການຄົ້ນຄວ້າ ແລະ ໃຫ້ຄໍາປຶກສາກ່ຽວກັບນະໂຍບາຍ ກັບ ບັນດາຜູ້ວາງແຜນນະໂຍບາຍ... ຕາໜ່າງດັ່ງກ່າວ ຈະເປີດກາລະໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືຮໍ່າຮຽນ, ພ້ອມກັນແບ່ງປັນປະສົບການ ແລະ ໝູນໃຊ້ບັນດາຮູບແບບ, ປະສົບການໃນການປ່ຽນແປງໃໝ່ທີ່ປະສົບຜົນສໍາເລັດຈາກບັນດາໂຄງການຂອງ IFAD ແລະ ບັນດາຄູ່ຮ່ວມມືພັດທະນາຕ່າງໆທີ່ໄດ້ໜູນຊ່ວຍ ແມ່ນຈະສ້າງປະສິດທິຜົນທີ່ດີ”.

ໃນຊຸມປີຜ່ານມາ, ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ໄດ້ ແລະ ກໍາລັງປະຕິບັດບັນດາການປະຕິຮູບນະໂຍບາຍທີ່ມີປະສິດທິຜົນ. ກໍາປູເຈຍ ມີຫຼາຍປະສົບການທີ່ດີໃນການພັດທະນາເຄື່ອງໝາຍການຄ້າເຂົ້າສານມີຄຸນນະພາບສູງ. ລາວ ມີປະສົບການໃນການພັດທະນາການຜະລິດຜະລິດຕະພັນກະເສດປອດສານພິດ ແລະ ກະສິກໍາແບບຍືນຍົງ. ສ່ວນມຽນມາ ມີປະສົບການຫຼາຍຢ່າງໃນການພັດທະນາຊົນນະບົດຜ່ານບົດບາດຂອງວົງຄະນະຍາດ.

ຜ່ານໂຄງການດັ່ງກ່າວ, ຫວຽດນາມ ປາດຖະໜາຢາກໃຫ້ບັນດາປະເທດເພີ່ມທະວີການຮ່ວມມືແບ່ງປັນປະສົບການທີ່ດີໃນການພັດທະນາກະສິກໍາ ແລະ ພັດທະນາຊົນນະບົດລະຫວ່າງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ.

TAG
VOV/VOVworld/ອະນຸພາກພື້ນແມ່ນໍ້າຂອງ/ກະສິກໍາ/ໂຄງການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ