logo

ໄຂກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 13

2025/10/6 | 10:17:00
(VOVWORLD) - ກອງປະຊຸມຄັ້ງນີ້, ກົມການເມືອງລາຍການໃຫ້ສູນກາງພັກປະກອບຄຳເຫັນໃສ່ໃບສະເໜີກ່ຽວກັບໝາກຜົນການແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 14
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

ຕອນເຊົ້າວັນທີ 06 ຕຸລາ, ກອງປະຊຸມໃຫຍ່ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ເປັນປະທານ, ກ່າວຄຳເຫັນໄຂກອງປະຊຸມ. ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ ບໍລິຫານວາລະໄຂ.

ທີ່ກອງປະຊຸມຄັ້ງນີ້, ສູນກາງພັກໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ 2 ກຸ່ມເນື້ອໃນໃຫຍ່. ນັ້ນແມ່ນໝວດບັນຫາກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ໝວດບັນຫາດ້ານເສດຖະກິດ, ສັງຄົມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້, ກົມການເມືອງລາຍການໃຫ້ສູນກາງພັກປະກອບຄຳເຫັນໃສ່ໃບສະເໜີກ່ຽວກັບໝາກຜົນການແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 14, ເຂົ້າເປັນກຳມະການຄະນະກຳມະການກວດກາສູນກາງພັກຊຸດທີ 14 ແລະ ດຳເນີນການການປ່ອນບັດລົງຄະແນນສຽງແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ຄະນະກຳມະການກວດກາສູນກາງພັກ ຕາມຂໍ້ກຳນົດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

“ຂ້າພະເຈົ້າສະເໜີເມື່ອຄັດເລືອກ, ແນະນຳບຸກຄະລາກອນຕ້ອງອີງໃສ່ມາດຕະຖານ, ເງື່ອນໄຂ, ໂຄງປະກອບ, ຈຳນວນຕາມທິດວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ຄວາມຮຽກຮ້ອງຕ້ອງການເປັນຫຼັກໃນການຄັດເລືອກບຸກຄະລາກອນແມ່ນຄຸນນະທາດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດຂອງຊາດ, ໃກ້ຊິດກັບປະຊາຊົນ, ຖືປະຊາຊົນເປັນສຳຄັນ, ເພື່ອປະຊາຊົນ”.

TAG
VOV/VOVworld/ເສ​ດ​ຖະ​ກິດ/ສັງ​ຄົມ/ບຸກ​ຄະ​ລາ​ກອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ