logo

ໄຂກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13

2025/12/22 | 10:57:15
(VOVWORLD) - ການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 14, ກົມການເມືອງໄດ້ສຸມໃສ່ຊີ້ນຳການກະກຽມບັນດາວຽກງານທີ່ຍັງເຫຼືອ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 22 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ. ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ບໍລິຫານວາລະໄຂ.

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ແກ້ໄຂ 3 ເນື້ອໃນໃຫຍ່, ສຳຄັນ, ນັ້ນແມ່ນໝວດບັນຫາກ່ຽວກັບບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໝວດບັນຫາກ່ຽວກັບຮ່າງເນື້ອໃນເອກະສານທີ່ຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ແລະ ບັນດາວຽກງານເພື່ອຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 14, ກົມການເມືອງໄດ້ສຸມໃສ່ຊີ້ນຳການກະກຽມບັນດາວຽກງານທີ່ຍັງເຫຼືອ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14. ກ່ຽວກັບຮ່າງເອກະສານຈຳນວນໜຶ່ງທີ່ຈະຍືນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຄາດວ່າຈະຈັດຂຶ້ນແຕ່ວັນທີ 19 25 ມັງກອນ 2026 ຢູ່ນະຄອນຫຼວງ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 1.568 ທ່ານເຊິ່ງເປັນສະມາຊິກພັກ, ຜູ້ຕາງໜ້າໃຫ້ສະມາຊິກພັກກວ່າ 5 ລ້ານຄົນ, ເຂົ້າຮ່ວມກອງປະຊຸມໃຫຍ່. ກົມການເມືອງ, ຄະນະເລຂາສູນກາງພັກ ໄດ້ຊີ້ນຳຊາບຊຶມປະຕິບັດມະຕິ, ຂໍ້ສະຫຼຸບຂອງສູນກາງ, ກົມການເມືອງກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ວຽກງານຈັດຕັ້ງການຮັບໃຊ້ກອງປະຊຸມໃຫຍ່ກໍ່ຕ້ອງໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ມີຄວາມປອດໄພ, ຖືກຕາມບັນດາຂໍ້ກຳນົດຂອງພັກ”

ຄາດວ່າ, ກອງປະຊຸມຈະດຳເນີນຮອດວັນທີ 23 ທັນວາ. 

TAG
VOV/VOVworld/ເອ​ກະ​ສານ/​ຍືນ​ສະ​ເໜີ/​ກອງ​ປ​ະ​ຊຸມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ