logo

ໄຂກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 6

2012/5/29 | 10:43:11

ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຄັ້ງທີ 6


ກຳປູ​ເຈຍ ປະ​ເທດ​ເຈົ້າພາບ ADMM 6

(ພາບ:yenbai.gov.vn)

( vovworld ) –  ຕອນ​ເຊົ້າວັນ​ທີ 29/5, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຄັ້ງທີ 6 (ADMM) ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ຊື່ງແມ່ນປະເທດປະທານອາຊຽນ 2012. ຫົວຂໍ້ຂອງກອງປະຊຸມແມ່ນ: “ເພີ່ມທະວີຄວາມສາມັກຄີອາຊຽນ ເພື່ອປະຊາຄົມປອງ​ດອງ ແລະ ມີຄວາມ ສະຫງົບປອດໄພ“. ທ່ານພົນເອກ Phung Quang Thanh ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ໃນບົດກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ Tia Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ກຳປູເຈຍ ໄດ້ເນັ້ນໜັກວ່າ: ຫົວຂໍ້ກອງປະຊຸມ “ເພີ່ມທະວີ ຄວາມສາມັກຄີອາຊຽນ ເພື່ອປະຊາຄົມປອງ​ດອງ ແລະ ມີຄວາມສະຫງົບປອດໄພ“ ໄດ້ສ່ອງແສງວິໄສທັດລວມຂອງກອງປະຊຸມສຸດຍອດອາຊຽນ 2012 ດ້ວຍທິດ​ນຳທີ່​ວ່າ: “ອາ​ຊຽນ-ປະຊາ​ຄົມ​ໜື່ງ-​ຊະ​ຕາ​ກຳ​ດຽວກັນ“.

   ທີ່​ກອງ​ປະຊຸມ​ຄັ້ງນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ຈະ​ປຶກສາ​ຫາລື​ 3 ​ເນື້ອ​ໃນຕົ້ນຕໍ​ກ່ຽວ​ກັບ​ການ​ຮ່ວມມືປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ອາ​ຊຽນຄື: ສັນຕິພາບ, ການ​ພັດທະນາ ​ແລະ ການ​ຮ່ວມ​ມື. ນອກຈາກ​ນັ້ນ​ແລ້ວ, ກອງ​ປະຊຸມ​ກໍ່​ຈະ​ປຶກສາ​ຫາລື​ເອກະສານ​ນິຍາມ ​ໂດຍ​ປະ​ເທດ​ເຈົ້າພາບ​ກຳປູ​ເຈຍ​ ສະ​ເໜີ​ກ່ຽວ​ກັບການ​ສ້າງ​ພາກ​ພື້ນ​ອາ​ຊຽນ ປອດເສິກ​ກາງ​ເມືອງ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ ​ແລະ ສະຖຽນລະ​ພາບ​ໃນ​ພາກ​ພື້ນ.

TAG
ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ