logo

ໄຂກອງປະຊຸມສຸດຍອດ ອາຊຽນ 47

2025/10/26 | 10:08:51
(VOVWORLD) - ກຳລັງແຮງຂອງ ອາຊຽນ ບໍ່ນອນຢູ່ໃນຄວາມເອກະພາບເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ຄວາມເຄົາລົບ ແລະ ສະຕິຄວາມຮັບຮູ້ຍັງຕິດພັນບັນດາປະເທດ ອາຊຽນ ນຳກັນ.
ກອງປະຊຸມກໍ່ຮັບຮູ້ຂີດໝາຍປະຫວັດສາດເມື່ອ Timor-Leste ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ
(ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ປະທານ ອາຊຽນ 2025 ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນກຳນົດຮູບແບບບົດບາດນຳພາຂອງກຸ່ມຄືນ, ຮັກສາຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການສົນທະນາ ແລະ ຮ່ວມມື; ທ່ານກໍ່ຢືນຢັນວ່າ ກຳລັງແຮງຂອງ ອາຊຽນ ບໍ່ນອນຢູ່ໃນຄວາມເອກະພາບເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ຄວາມເຄົາລົບ ແລະ ສະຕິຄວາມຮັບຮູ້ຍັງຕິດພັນບັນດາປະເທດ ອາຊຽນ ນຳກັນ.

ໜຶ່ງໃນບັນດາຈຸດເດັ່ນຂອງກອງປະຊຸມແມ່ນພິທີລົງນາມຖະແຫຼງການຮ່ວມລະຫວ່າງ ກຳປູເຈຍ ແລະ ໄທ ໃນຂອບເຂດກອງປະຊຸມທີ່ ກົວລາລຳເປີ. ກອງປະຊຸມກໍ່ຮັບຮູ້ຂີດໝາຍປະຫວັດສາດເມື່ອ Timor-Leste ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ກ່ຽວກັບສະພາບການ ມຽນມາ, ທ່ານນາຍົກລັດຖະມົນຕີ Anwar Ibrahim ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບຜ່ານຂໍ້ຕົກລົງ 5 ຈຸດ.

TAG
VOV/VOVworld/ຮັບ​ຮູ້/​ຂີດ​ໝາຍ​/ປະ​ຫວັດ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ