logo

ໄຂກອງປະຊຸມສູນກາງພັກຄັ້ງທີ 14 ຊຸດທີ 13 ຢ່າງສົມກຽດ

2025/11/5 | 07:28:00
(VOVWORLD) - ບັນດາສະຫາຍຕ້ອງເຕົ້າໂຮມຢ່າງຄົບຖ້ວນຄຸນນະພາບດ້ານການເມືອງ, ຄຸນສົມບັດຊື່ກົງບໍລິສຸດ ແລະ ເປັນແບບຢ່າງ, ຖືຜົນປະໂຫຍດຂອງປະເທດ - ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ
(ທ່ານເລຂາທິການໃຫຍ່  ໂຕເລິມ, ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 05 ພະຈິກ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ 2 ເນື້ອໃນໃຫຍ່, ນັ້ນແມ່ນໝວດບັນຫາກ່ຽວກັບວຽກງານກອງປະຊຸມໃຫຍ່ຊຸດທີ 14 ຂອງພັກ ແລະ ໝວດບັນຫາກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ປະກອບຄຳເຫັນກ່ຽວກັບຈຳນວນກຳມະການກົມການເມືອງ, ກຳມະການຄະນະເລຂາ ອາຍຸການກອງປະຊຸມຊຸດທີ 14 ແລະ ຄັດເລືອກບຸກຄະລາກອນ ເພື່ອແນະນຳເຂົ້າຮ່ວມກົມການເມືອງ, ຄະນະເລຂາຊຸດທີ 14. ນີ້ແມ່ນວຽກງານສຳຄັນຍິ່ງ, ເປັນແກ່ນສານ ຍ້ອນທຸກວຽກງານລ້ວນແຕ່ໄດ້ຕັດສິນໂດຍມະນຸດ.

“ບັນດາສະຫາຍຕ້ອງເຕົ້າໂຮມຢ່າງຄົບຖ້ວນຄຸນນະພາບດ້ານການເມືອງ, ຄຸນສົມບັດຊື່ກົງບໍລິສຸດ ແລະ ເປັນແບບຢ່າງ, ຖືຜົນປະໂຫຍດຂອງປະເທດ - ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ຕ້ອງມີວິໄສທັດຍຸດທະສາດ ແລະ ກຳລັງຄວາມສາມາດຈັດຕັ້ງ ເພື່ອແກ້ໄຂຈຸດອຸດຕັນ, ປຸກລຸກແຫຼ່ງກຳລັງ, ເຕົ້າໂຮມກຳລັງແຮງ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງດ້ານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ; ຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ, ພາສາຕ່າງປະເທດ ແລະ ວັດທະນະທຳການໂອ້ລົມສົນທະນາ ເພື່ອເປີດກວ້າງການພັດທະນາ…”

ເມື່ອເຕື້ອງເຖິງເນື້ອໃນສະຫຼຸບມະຕິເລກທີ 18 ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ບາງບັນຫາກ່ຽວກັບການສືບຕໍ່ຊັບຊ້ອນກົງຈັກລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອໃຫ້ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນເສີມຂະຫຍາຍປະສິດທິຜົນຢ່າງສຸດຂີດ, ຕ້ອງຮັບປະກັນລັກສະນະເຊື່ອມຕໍ່, ເພີ່ມເຕີມຂອງອຳນາດການປົກຄອງ 3 ຂັ້ນ (ສູນກາງ - ແຂວງ/ນະຄອນ - ຕາແສງ) ຕາມ 3 ເສົາຄ້ຳ: ລະບອບລະບຽບການ - ແຫຼ່ງກຳລັງ - ຂໍ້ມູນ.

ຄາດວ່າ, ກອງປະຊຸມຈະເຮັດວຽກຮອດວັນທີ 06 ພະຈິກ.

TAG
VOV/VOVworld/ຈຸດ​ອຸດ​ຕັນ/ປຸກ​ລຸກ​/ແຫຼ່ງ​ກຳ​ລັງ/ເຕົ້າ​ໂຮມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ