logo

ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ 11

2025/12/27 | 05:40:00
(VOVWORLD) - ກອງປະຊຸມໃຫຍ່ນີ້ມີໜ້າທີ່ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານຍ້ອງຍໍໄລຍະ 2021 – 2025; ເຊີດຊູ, ຍ້ອງຍໍບັນດາບຸກຄົນ, ກົມກອງລວມໝູ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ
(ທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ 11)

ດ້ວຍຫົວຂໍ້ “ແຂ່ງຂັນປ່ຽນແປງໃໝ່, ປະດິດຄິດສ້າງ, ເພີ່ມຄວາມໄວບຸກທະລຸ ນຳປະເທດກ້າວເຂົ້າສູ່ສັງກາດພັດທະນາຢ່າງເຂັ້ມແຂງແຮງກ້າ, ສີວິໄລ, ວັດທະນາຖາວອນ”, ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ 11 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມມີບັນດາການນຳ, ອະດີດການນຳພັກ, ລັດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ; ການນຳສະພາແຂ່ງຂັນ - ຍ້ອງຍໍສູນກາງ ຜ່ານສະໄໝຕ່າງໆ… ພ້ອມກັບຜູ້ແທນ 2.223 ຄົນ.

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ,  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່)

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃຫຍ່, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ, ຊີ້ແຈ້ງວ່າ:

        “ໃນບັນດາຜົນງານສຳຄັນຂອງ ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຈາກບັນດາຂະບວນການແຂ່ງຂັນຮັກຊາດໃນໄລຍະ 5 ປີຜ່ານມາ. ມີຫຼາຍຂະບວນການແຂ່ງຂັນຮັກຊາດມີຂອບຂະໜາດ, ມີລວງເລິກ, ມີກຳລັງແຜ່ຂະຫຍາຍຢ່າງແຮງ, ຄື: “ຂະບວນການຍູ້ແຮງການພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ; ປະຕິບັດການປະຢັດ, ຕ້ານການຟູມເຟືອຍ”. ຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພປີ 2025; ຂະບວນການ “500 ວັນທັງເວັນ ແລະ ຄືນກໍ່ສ້າງເສັ້ນທາງບົກຄວາມໄວສູງກວ່າ 3.000 ກມ…”

(ທ່ານເລຂາທິການໃຫຍ່ ໂຕເລິມ, ທີ່ກອງປະຊຸມ)

        ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ຫົວໜ່ວຍ, ທ້ອງຖິ່ນ… ລະດົມກຳລັງໃຈບັນດາແບບຢ່າງດີເດັ່ນ, ຂໍ້ລິເລີ່ມດີເດັ່ນ, ວິທີເຮັດທີ່ມີປະສິດທິຜົນ.

        “ໃນໄລຍະປະຕິວັດໃໝ່, ການແຂ່ງຂັນຮັກຊາດຕ້ອງກາຍເປັນລະບົບຊີວະພາບຂະຫຍັນຂັນເຄື່ອນ ເພື່ອໃຫ້ທຸກແຜນນະໂຍບາຍທີ່ຖືກຕ້ອງ ໄດ້ຫັນປ່ຽນເປັນການກະທຳຢ່າງແທດຈິງ; ບັນດາໜ້າທີ່ການເມືອງໄດ້ຫັນເປັນຈິດໃຈທີ່ມີຄວາມຮັບຜິດຊອບ, ວຽກງານລະອຽດ, ມີເປົ້າໝາຍໄປເຖິງຢ່າງຈະແຈ້ງ ເພື່ອໃຫ້ປະຊາຊົນລ້ວນແຕ່ເຫັນວ່າ ຕົນເອງແມ່ນເຈົ້າກຳຂອງການພັດທະນາ, ໄດ້ຊົມໃຊ້ບັນດາຜົນງານຂອງການອອກແຮງງານ, ປະດິດຄິດສ້າງ.”

(ພິທີມອບນາມມະຍົດວິລະຊົນ)

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກື່ອງ ໄດ້ມອບນາມມະຍົດວິລະຊົນໃຫ້ 17 ໝູ່ຄະນະ, ສ່ວນບຸກຄົນ.

ກອງປະຊຸມໃຫຍ່ນີ້ມີໜ້າທີ່ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານຍ້ອງຍໍໄລຍະ 2021 – 2025; ເຊີດຊູ, ຍ້ອງຍໍບັນດາບຸກຄົນ, ກົມກອງລວມໝູ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ວາງອອກທິດທາງ, ໜ້າທີ່ ແລະ ສືບຕໍ່ປ່ຽນແປງໃໝ່ວຽກງານແຂ່ງຂັນ, ຍ້ອງຍໍໃນໄລຍະ 5 ປີຈະມາເຖິງ, ປະກອບສ່ວນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບໄລຍະ 2026 – 2030 ຢ່າງໝັ້ນຄົງ, ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນພັດທະນາໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນຂອງຊາດ.

TAG
VOV/VOVworld/​ສະ​ຫຼຸບ​/ຂະ​ບວນ​ການ/​ແຂ່ງ​ຂັນ​/ຮັກ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ