logo

ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025: ການເດີນທາງເຊື່ອມຕໍ່, ເຊື່ອມໂຍງ ແລະ ວັດທະນາຖາວອນ

2025/10/26 | 01:13:00
(VOVWORLD) - ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ”
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ງານຕະຫຼາດນັດ
(ພາບ: VTC News)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ສູນວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີ ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025. ເຂົ້າຮ່ວມພິທີໄຂມີ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະ ຜູ້ຕາງໜ້ານັບຮອຍວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ” ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ວິສາຫະກິດຂອງ ຫວຽດນາມ 2.500 ແຫ່ງ ແລະ ວິສາຫະກິດທີ່ມາຈາກບັນດາປະເທດປະມານ 100 ແຫ່ງ, ຄື: ຝລັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ຈີນ, ອິນເດຍ, ບັນດາປະເທດ ອາຊຽນ…

ບັນດາຮ້ານວາງສະແດງຢູ່ງານຕະຫຼາດນັດໄດ້ວາງສະແດງ, ໂຄສະນາບັນດາຜະລິດຕະພັນໃນຂົງເຂດອຸດສາຫະກຳ, ການຄ້າ, ເຄື່ອງໃຊ້ສອຍ, ວາງສະແດງຮູບທິວທັດ, ຮູບແບບປະດິດຄິດສ້າງຂອງ ຮ່າໂນ້ຍ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:

“ງານຕະຫຼາດນັດລະດູໃບມ້ຫຼົ່ນ ຄັ້ງທີ 1 ປີ 2025 ບໍ່ພຽງແຕ່ເປີດແຫ່ງເຊື່ອມຕໍ່ໃໝ່ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ, ລະຫວ່າງ ຫວຽດນາມ ແລະ ໂລກ, ລະຫວ່າງມະນຸດກັບການຜະລິດດຳເນີນທຸລະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນເປັນແຫ່ງ “ເລີ່ມແຫຼ່ງປະດິດຄິດສ້າງ - ພູມປັນຍາໄດ້ແຜ່ແສງສະຫວ່າງ - ພົບປະແລກປ່ຽນ, ຮ່ຳຮຽນ - ຢືນຢັນຄຸນນະທາດ - ແຜ່ກະຈາຍຄວາມເອກອ້າງທະນົງໃຈ” ແລະ ຈິດໃຈ “ລັດສ້າງສັນ - ວິສາຫະກິດນຳໜ້າ - ພາກລັດ ເອກະຊົນຮ່ວມເດີນທາງ - ປະເທດຊາດຮັ່ງມີເຂັ້ມແຂງ - ປະຊາຊົນມີຄວາມຜາສຸກ” ອີກດ້ວຍ.

ໂດຍໄດ້ຈັດຂຶ້ນແຕ່ວັນທີ 25 ຕຸລາ ຮອດວັນທີ 04 ພະຈິກ, ຄະນະຈັດຕັ້ງຫວັງວ່າຈະໄດ້ຕ້ອນຮັບແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ/ວັນ.

TAG
VOV/VOVworld/ອຸດ​ສາ​ຫະ​ກຳ/ການ​ຄ້າ/ເຄື່ອງ​ໃຊ້​ສອຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ