logo

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

2025/11/20 | 11:51:28
(VOVWORLD) - ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ…
(ທີ່ງານຕະຫຼາດນັດ)

        ຕອນເຊົ້າວັນທີ 20 ພະຈິກ, ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ  ແລະ ເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສູນວາງສະແດງສິນຄ້າ ໄປເຕັກ ສາກົນ, ທີ່ນະຄອນຫຼວງ ວຽງຈັນ.

        ງານຕະຫຼາດນັດໂດຍກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຈັດຂຶ້ນ. ງານຕະຫຼາດນັດປີນີ້ໄດ້ເຕົ້າໂຮມວິສາຫະກິດນັບຮ້ອຍແຫ່ງຂອງ 2 ປະເທດເຂົ້າຮ່ວມການວາງສະແດງ, ເຜີຍແຜ່ໂຄສະນາຜະລິດຕະພັນ, ໃນນັ້ນ, ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ… ພ້ອມກັນນັ້ນ, ງານຕະຫຼາດນັດກໍ່ມີ 20 ຮ້ານວາງສະແດງ, ໂຄສະນາ, ແນະນຳບັນດາຜະລິດຕະພັນ, ການບໍລິການຂອງວິສາຫະກິດຢູ່ພາຍໃນ ແລະ ນອກກອງທັບ ລາວ. ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ, ວິສາຫະກິດຂອງກອງທັບ ຫວຽດນາມ ເວົ້າສະເພາະ, ມີໂອກາດເພື່ອພົບປະແລກປ່ຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກວ້າງການພົວພັນດ້ານການຄ້າກັບວິສາຫະກິດ ລາວ, ວິສາຫະກິດກອງທັບ ລາວ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ 2 ປະເທດ ແລະ ພາກພື້ນ ອາຊຽນ ຕື່ມອີກ”.

TAG
VOV/VOVworld/​ຕັດ​ຫຍິບ/ເກີບ​ໜັງ​/ເຄື່ອງ​ຢາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ