logo

ໄຂ​ງານບຸນ​ມະ​ໂຫລານມິດ​ຕະ​ພາບ ປະ​ຊາ​ຊົນ ຫວຽດ​ນາມ ລາວ ຄັ້ງ​ທີ V

2022/9/28 | 11:30:25
(VOVWORLD) -ຕອນເຊົ້າ ວັນທີ 28 ກັນຍາ, ຢູ່ນະຄອນດົງຮ່າ, ແຂວງກ໋ວາງຈິງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ແຂວງກ໋ວາງຈິ ໄດ້ສົມທົບກັນສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງພິທີໄຂງານບຸນມະໂຫລານມິດຕະພາບ ປະຊາຊົນ ຫວຽດນາມ - ລາວຄັ້ງທີ V.
ງານບຸນມະໂຫລານມິດຕະພາບ ປະຊາຊົນ ຫວຽດນາມ ລາວ ຄັ້ງທີ V (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ, ປະທານກຸ່ມສະມາຊິກ ສະພາແຫ່ງຊາດ ຫວຽດນາມ - ລາວ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ບັນດາອົງການມິດຕະພາບ ປະຊາຊົນສອງປະເທດຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະຫວັດສາດອົງອາດກ້າຫານ ຂອງການພົວພັນ ຫວຽດນາມ ແລະ ລາວ ໃນໝູ່ປະຊາຊົນທຸກຊັ້ນຄົນຂອງສອງປະເທດໃຫ້ເລິກເຊິ່ງກ່ວາອີກ, ພິເສດແມ່ນລຸ້ນໜຸ່ມ, ແລະ ພ້ອມກັນຮ່ວມມືປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ໂດຍຕາງໜ້າຄະນະຜູ້ແທນປະຊາຊົນລາວ, ທ່ານລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ ຫວຽດນາມ ບໍວຽງຄຳ ວົງດາລາ ໄດ້ຫວນຄືນໄລຍະປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ສະມາຄົມຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ,  ລັດ ແລະ ປະຊາຊົນຫວຽດນາມ ຮັກສາ ແລະ ເສີມຂະຫຍາຍການພົວພັນທີ່ຫາຍາກໃນໂລກ ແມ່ນຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ແລະ ສືບທອດໃຫ້ແກ່ຄົນລຸ້ນຕໍ່ໆໄປ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ