logo

ໄຂ​ງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​ປະ​ທານ ສຸພາ​ນຸ​ວົງ - ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົ​ມ​ຂອງ​ປະ​ຊາ​ຊົ​ນ ຫວຽດ​ນາມ

2019/7/19 | 08:59:33
(VOVWORLD) -“ປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ”ນີ້ແມ່ນຫົວຂໍ້ຂອງງານວາງສະແດງເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19 ກໍລະກົດ ຢູ່ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ (13 ກໍລະກົດ 1909 – 13 ກໍລະກົດ 2019)
ບັນດາຜູ້ແທນ ຕັດແຖບຜ້າໄຂງານວາງສະແດງ ພາບຖ່າຍປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ

ງານວາງສະແດງໂດຍຫໍພິພິທະພັນ ປະທານໂຮ່ຈີມິນ ແລະ ຄະນະຮັບຜິດຊອບຫໍພິພິທະພັນໄກສອນ ພົມວິຫານໄດ້ສົມທົບກັນຈັດຕັ້ງຂຶ້ນ. ເຂົ້າຮ່ວມງານວາງສະແດງມີທ່ານ ວຽງໄຊ ດາລາແສນ ທີ່ປຶກສາທູດດ້ານການຕ່າງປະເທດ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ພ້ອມກັບບັນດາຜູ້ຕາງໜ້າອົງການ, ສຳນັກງານ, ຄະນະຂະແໜງການຂັ້ນສູນກາງ, ຜູ້ຕາງໜ້າສະຖານທູດບັນດາປະເທດຕ່າງໆປະຈຳຢູ່ຮ່າໂນ້ຍ. ທ່ານ ຫວູແມ້ງຮ່າ ຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິນໃຫ້ຮູ້ວ່າ:

       "ນີ້ແມ່ນງານວາງສະແດງທີ່ມີຄວາມໝາຍສຳຄັນທີ່ສຸດ. ອີກຄັ້ງໜຶ່ງໄດ້ຢັ້ງຢຶນເຖິງໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳລຸ້ນຕ່າງໆ ແຕ່ສະໄໝ ປະທານໂຮ່ຈີມິນ, ປະທານສຸພານຸວົງ, ທ່ານເລຂາທິການໃຫຍ່ ໄກສອນ ພົມວິຫານ ແລະ ນ້ຳໃຈໄມຕີຈິດມິດຕະພາບນັ້ນນັບມື້ນັບໄດ້ຮັບການພັດທະນາ ແລະ ໝັ້ນຄົງ ທະນົງແກ່ນ ຊົ່ວກາລະນານ. ຜ່ານບັນດາຮູບພາບ, ເອກະສານນີ້ຈະສ້າງຄວາມສະໜິດຕິດພັນ, ຄວາມເຂົ້າໃຈເຊິ່ງກັນແລະ ກັນລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ກໍ່ຄືເກັບກຳ ບັນດາເອກະສານຂອງບັນດານັກປະຕິວັດ ຫວຽດນາມ ແລະ ລາວຕື່ມອີກ".

ດ້ວຍພາບຖ່າຍ, ເອກະສານ, ວັດຖຸພັນ ກ່ວາ 100 ຢ່າງ ໄດ້ແນະນຳຢູ່ທີ່ງານວາງສະແດງມະຫາຊົນຈະຮູ້ສຶກໄດ້ຢ່າງຈະແຈ້ງກ່ວາກ່ຽວກັບນ້ຳໃຈແຫ່ງຄວາມເປັນມິດທີ່ເລິກເຊິ່ງ ປະທານ ສຸພານຸວົງໄດ້ຈາລຶກໄວ້ຢູ່ດິນແດນປະເທດ ຫວຽດນາມ, ຜ່ານນັ້ນໄດ້ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບອັນຍາວນານ, ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດອ້າຍນ້ອງ ລາວ - ຫວຽດນາມຕື່ມອີກ.

TAG
VOV/VOVworld/​ປະ​ທານ ສຸພາ​ນຸ​ວົງ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ