logo

ໄຂງານ​ວາງ​ສະ​ແດງ​ “​ພາບ​ຖ່າຍ, ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ ຮ່າ​ໂນ້ຍ - ວຽງ​ຈັນ”

2022/8/10 | 11:21:00
(VOVWORLD) -ວັນທີ 10 ສິງຫາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງ “ງານວາງສະແດງພາບຖ່າຍ, ຜະລິດຕະພັນ, ສິນຄ້າ ຮ່າໂນ້ຍ - ວຽງຈັນ.
ບັນດາຜູ້ແທນຕັດແຖບຜ້າ ໄຂງານວາງສະແດງ (ພາບ: ຟ້າມລິງ)

ນີ້ແມ່ນເຫດການສຳຄັນນອນໃນລະບົບກິດຈະກຳເຄື່ອນໄຫວຂອງນະຄອນຫຼວງ ຮ່າໂນ້ຍ ເພື່ອຕອບສະໜອງ ພິທີສະເຫຼີມສະຫຼອງ ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ 2022, ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືພິເສດ ລະຫວ່າງສອງປະເທດ ກໍ່ຄື ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ. ຜ່ານນັ້ນຊ່ວຍເພີ່ມທະວີການພົວພັນແລກປ່ຽນ, ຮັດແໜ້ນການພົວພັນອັນໝັ້ນແກ່ນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງພັກ, ສອງລັດ ແລະ ສອງຊາດກ່ວາອີກ. ໃນຂອບເຂດງານວາງສະແດງ ກໍ່ມີຜະລິດຕະພັນທີ່ເປັນເອກະລັກສະເພາະ ຂອງໝູ່ບ້ານອາຊີບຂອງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ. ພ້ອມດຽວກັນນັ້ນ ແມ່ນບັນດາພາບຖ່າຍກ່ຽວກັບທັດສະນີຍະພາບທີ່ມີຊື່ສຽງຂອງສອງປະເທດ, ພາບຖ່າຍທີ່ເປັນເອກະລັກ ໃຫ້ແກ່ການພົວພັນຮ່ວມມືທີ່ດີງາມ ລະຫວ່າງສອງປະເທດ ກໍ່ຄືສອງນະຄອນຫຼວງ. ຫຼາຍວິສາຫະກິດລາວ ທີ່ເຄື່ອນໄຫວໃນຂົງເຂດຜະລິດກະສິກຳ, ເຄື່ອງອາໄຫຼ່ລົດໂອໂຕ, ເຄື່ອງສິລະປະຫັດຖະກຳ, ຜະລິດເຄື່ອງໃຊ້ໄມ້ສອຍ, ເຄື່ອງຕຳແຜ່ນຕັດຫຍິບ ໄດ້ວາງສະແດງຜະລິດຕະພັນ, ຊອກຫາຄູ່ຮ່ວມມື.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ