logo

ໄຂ​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ຫວຽດ​ນາມ ພະ​ລັງ​ຊີ​ວິດ​ຈາກ​ມູນ​ເຊື້ອ​ດັ້ງ​ເດີມ​ຮອດ​ທັນ​ສະ​ໄໝ

2025/12/23 | 11:20:56
(VOVWORLD) -  ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ - ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ທັນວາ, ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ - ຮ່າໂນ້ຍ. 
ພິທີໄຂງານວາງສະແດງ (ພາບ: ງອກແອັງ)

ເຫດການດັ່ງກ່າວ ໂດຍກົມມໍລະດົກວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຂຶ້ນ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ (ວັນທີ 23 ພະຈິກ) ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

        ງານວາງສະແດງໄດ້ແນະນຳຮູບພາບ ແລະ ວັດຖຸພັນເກືອບ 200 ຢ່າງ, ຕາມ 4 ຫົວຂໍ້, ລວມມີ: ບັນດາຄຸນຄ່າເປັນເອກະລັກຂອງມໍລະດົກວັດທະນະທຳ ຫວຽດນາມ; ລະບົບກົດໝາຍ ແລະ ນະໂຍບາຍປົກປັກຮັກສາມໍລະດົກວັດທະນະທຳ; ບັນດາມໍລະດົກວັດທະນະທຳຂອງ ຫວຽດນາມ ໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງ; ມໍລະດົກວັດທະນະທຳເພື່ອການພັດທະນາແບບຍືນຍົງ. ປັດຈຸບັນນີ້, ມີປະຊູນີຍະສະຖານລະດັບຊາດເກືອບ 3.700 ແຫ່ງ, ເຂດປະຊູນີຍະສະຖານລະດັບຊາດພິເສດເກືອບ 150 ແຫ່ງ ແລະ 9 ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ທ່ານ ຫງວຽນແທັງກວາງ, ຜູ້ອຳນວຍການສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ແມ່ນການເຄື່ອນໄຫວທີ່ແທດຈິງ, ຮັບໃຊ້ມວນຊົນ ແລະ ແຂກຢ້ຽມຊົມຢູ່ພະລາດຊະວັງທັງລອງ. ຍິ່ງມີຄວາມໝາຍກວ່າ ເມື່ອໄດ້ຮັບການວາງສະແດງຢູ່ທີ່ເຂດຮ່ອງຮອຍ ເສົາທຸງ ຮ່າໂນ້ຍ, ເຊິ່ງເປັນໜຶ່ງໃນບັນດາສັນຍາລັກຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ”.

ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: ງອກແອັງ)

        ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ - ພະລັງຊີວິດຈາກມູນເຊື້ອດັ້ງເດີມຮອດທັນສະໄໝ” ດຳເນີນແຕ່ວັນທີ 28 ທັນວາ 2025 ຫາວັນທີ 15 ມັງກອນ 2026.

TAG
VOV/VOVworld/ມໍລະດົກວັດທະນະທຳ ຫວຽດນາມ/ເຂດປະຊູນີຍະສະຖານລະດັບຊາດພິເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ