![]() ງານວາງສະແດງ Mining Vietnam 2012
ພາບ:baomoi.com |
“ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ຈັດຕັ້ງການແນະນຳບັນດາເຕັກໂນໂລຊີ, ກົນຈັກທີ່ກ້າວຫນ້າທີ່ສຸດຂອງໂລກ ຮັບໃຊ້ການຂຸດຄົ້ນແຮ່ທາດ. ໃນຫລາຍປີຜ່ານມາ, ຫວຽດນາມ ຕ້ອງນຳເຂົ້າກົນຈັກ, ອຸປະກອນຂຸດຄົ້ນແຮ່ທາດຈາກຕ່າງປະເທດ ສະນັ້ນ ໃນວິວັດການຂຸດຄົ້ນຍັງຜິດພາດເກີດຄວາມເສຍຫາຍຍ້ອນກົນຈັກຫລ້າຫລັງ. ສະນັ້ນ ງານວາງສະແດງແມ່ນໂອກາດທີ່ດີ ເພື່ອໃຫ້ບັນດານັກວິທະຍາສາດ ແລະ ເປັນຕົ້ນແມ່ນບັນດາບໍລິສັດຜະລິດສາມາດປຽບທຽບ, ຖອດຖອນບົດຮຽນ ຈາກນັ້ນຍົກສູງຄຸນນະພາບຂອງອຸປະກອນພາຍໃນປະເທດຂຶ້ນ.”
ງານວາງສະແດງ Mining Vietnam 2012 ໄດ້ຮັບຖືວ່າແມ່ນເຫດການການຄ້າເພື່ອຊຸກຍູ້ຂະແຫນງອຸດສາຫະກຳຂຸດຄົ້ນແຮ່ທາດພັດທະນາກວ່າອີກ ແລະ ນຳຂະແຫນງອຸດສາຫະກຳກາຍເຫັນຂະແຫນງອຸດສາຫະກຳປາຍແຫລມຂອງຫວຽດນາມ. ງານວາງສະແດງດັ່ງກ່າວຈັດຂຶ້ນແຕ່ວັນທີ 7 - 9/3 ຢູ່ສູນວາງສະແດງສາກົນຮ່າໂນ້ຍ.




