logo

ໄຂ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ຜະ​ລິດ​ຕະ​ພັນ OCOP ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ປີ 2025

2025/9/26 | 10:30:07
(VOVWORLD) - ຢູ່ເວທີປາໄສ, ຮ້ານວາງສະແດງຂອງແຂວງອານຢາງ, ບັນດາເຈົ້າຂອງຜະລິດຕະພັນ OCOP ຂອງທ້ອງຖິ່ນໄດ້ສຸມໃສ່ແນະນຳຜະລິດຕະພັນ OCOP, ສິນພິເສດ, ຜະລິດຕະພັນອຸດສາຫະກຳຊົນນະບົດ, ຜະລິດຕະພັນ Startup, ຜົນສຳເລັດດ້ານເສດຖະກິດ - ສັງຄົມ.
ພິທີໄຂເວທີປາໄສເຊື່ອມຕໍ່ຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2025
(ພາບ: VOV)

ເຊື່ອມຕໍ່ເພື່ອພ້ອມກັນພັດທະນາ - ອານຢາງ ປີ 2025 ແມ່ນຫົວຂໍ້ຂອງເວທີປາໄສເຊື່ອມຕໍ່ຜະລິດຕະພັນໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2025 ເຊິ່ງໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 25 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ.

ຢູ່ເວທີປາໄສ, ຮ້ານວາງສະແດງຂອງແຂວງອານຢາງ, ບັນດາເຈົ້າຂອງຜະລິດຕະພັນ OCOP ຂອງທ້ອງຖິ່ນໄດ້ສຸມໃສ່ແນະນຳຜະລິດຕະພັນ OCOP, ສິນພິເສດ, ຜະລິດຕະພັນອຸດສາຫະກຳຊົນນະບົດ, ຜະລິດຕະພັນ Startup, ຜົນສຳເລັດດ້ານເສດຖະກິດ - ສັງຄົມ, ງານວາງສະແດງພາບຖ່າຍ OCOP ແລະ ຮ້ານວາງສະແດງວັດທະນະທຳ - ການທ່ອງທ່ຽວ - ອາຫານການກິນຂອງແຂວງ. ທີ່ພິທີໄຂງານວາງສະແດງ, ທ່ານເຈິ່ນແທັງນາມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຖືວ່າ ເວທີປາໄສຄັ້ງນີ້ຈະແມ່ນຂີດໝາຍສຳຄັນເພື່ອໃຫ້ໂຄງການ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມກ້າວເຂົ້າສູ່ໄລຍະໃໝ່.ລ

ໃນສະພາບການໃໝ່, ຕ້ອງເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການ ແລະ ເຊື່ອມຕໍ່ກ່ຽວກັບຜະລິດຕະພັນ, ການຄ້າຜະລິດຕະພັນ OCOP. ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຕ້ອງເປີດກວ້າງສະຖານທີ່ເຊື່ອມຕໍ່, ເຊື່ອມຈອດ, ການຄ້າ ແລະ ເປີດກວ້າງຕະຫຼາດກັບບັນດາເຂດ, ທ້ອງຖິ່ນອື່ນໆໃນທົ່ວປະເທດກ່ວາອີກ, ພິເສດແມ່ນບັນດາຕະຫຼາດສາກົນ ເພື່ອແນໃສ່ຊຸກຍູ້ບັນດາຄຸນຄ່າທາງດ້ານວັດທະນະທຳ, ການທ່ອງທ່ຽວ, ກະສິກຳ, ຊົນນະບົດ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ກັບບັນດາເຂດພາກໃນທົ່ວປະເທດ ແລະ ເພີ່ມທະວີການເຂົ້າເຖິງຕະຫຼາດສາກົນ.

TAG
VOV/VOVworld/OCOP/ຫວຽດ​ນາມ/ຜະລິດຕະພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ