logo

ໄຂເຫດ​ການ Photo Hanoi’ 25 – Biennale ຊ່າງ​ຖ່າຍ​ພາບ​ສາ​ກົນ

2025/11/1 | 17:10:00
(VOVWORLD) - ເຫດການ Photo Hanoi’ 25 – Biennale ຊ່າງພາບສາກົນ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ. Biennale ແມ່ນເຫດການສິລະປະທີ່ໄດ້ດຳເນີນສອງປີເທື່ອໜຶ່ງ, ແນະນຳບັນດາທ່າອ່ຽງຫຼ້າສຸດຂອງສິລະປະທັນສະໄໝຜ່ານຫຼາຍຮູບແບບສິລະປະ.  
ບັນຍາກາດພິທີໄຂ 

 

 

ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ແບກລຽນເຮືອງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ ເຫດການ Photo Hanoi’ 25 – Biennale ຊ່າງພາບສາກົນປີນີ້ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ກວ່າ ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ດຶງດູດອົງການຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງນັກສິລະປະການ, ຊ່າງພາບ, ຜູ້ຕິດຕາມ ແລະ ນັກຊ່ຽວຊານກວ່າ 170 ທ່ານທີ່ມາຈາກ 21 ປະເທດ, ພ້ອມດ້ວຍ 25 ອົງການຈັດຕັ້ງວິຊາການ.

ສ່ວນທ່ານ Jonathan Wallace Baker, ຫົວໜ້າອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ: Photo Hanoi ’25 ສ່ອງແສງໃຫ້ເຫັນວິໄສທັດຂອງ ຮ່າໂນ້ຍ ດ້ວຍຖານະເປັນນະຄອນປະດິດຄິດສ້າງຂອງ UNESCO. ເຫດການພິສູດໃຫ້ແກ່ບັນດາຄຸນຄ່າທີ່ອາດຈະສ້າງຂຶ້ນເມື່ອນັກສິລະປະການ, ວົງຄະນະຍາດ, ອຳນາດການປົກຄອງ ແລະ ບັນດາຄູ່ຮ່ວມມືສາກົນພ້ອມກັນກໍ່ສ້າງເຂດວັດທະນະທຳທີ່ມີຊີວິດຊີວາ, ເປີດອົກເປີດໃຈ ແລະ ກວມລວມ.

ເຫດການໄດ້ດຶງດູດການນັກສິລະປະການ, ຊ່າງພາບ, ຜູ້ຕິດຕາມ ຈາກ 21 ປະເທດເຂົ້າຮ່ວມ

Photo Hanoi ’25 ໄດ້ດຳເນີນໃນຕະຫຼອດເດືອນພະຈິກ, ລວມມີ 22 ກິດຈະກຳວາງສະແດງ ແລະ 28 ການເຄື່ອນໄຫວອ້ອມຂ້າງ. ຜ່ານ 2 ລະດູ 2021 – 2023, Photo Hanoi ພິສູດໃຫ້ເຫັນກຳລັງດຶງດູດຢ່າງແຮງ ດ້ວຍຈຳນວນແຂກມາຢ້ຽມຊົມກວ່າ 170.000 ເທື່ອຄົນ, ມີຫຼາຍກວ່າ 200 ບົດຂຽນກ່ຽວກັບເຫດການນີ້ ແລະ ຫຼາຍກວ່າ 5 ລ້ານເທື່ອຄົນໄດ້ເຂົ້າເຖິງສື່ສັງຄົມອອນໄລ.

TAG
VOV/VOVworld/Photo Hanoi ’25/UNESCO/ນະ​ຄອນ ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ