logo

ໄຊຊະນະວັນທີ 30 ເມສາ ຂອງຫວຽດນາມ ມີຄວາມໝາຍອັນຍິ່ງໃຫຍ່ສຳລັບການປະຕິວັດລາວ

2020/4/28 | 10:18:00
(VOVWORLD) -ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ນີ້ແມ່ນໄຊຊະນະກ້ອງກັງວານໄປທົ່ວໂລກ, ແມ່ນໄຊຊະນະຂອງການຊີ້ນຳອັນສະຫຼາດສະຫຼຽວ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ
(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ຕອນເຊົ້າວັນທີ 28 ເມສາ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບຄວາມໝາຍຂອງໄຊຊະນະປະຫວັດສາດວັນທີ 30 ເມສາ ທີ່ມີຕໍ່ການປະຕິວັດລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2020).

        ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ນີ້ແມ່ນໄຊຊະນະກ້ອງກັງວານໄປທົ່ວໂລກ, ແມ່ນໄຊຊະນະຂອງການຊີ້ນຳອັນສະຫຼາດສະຫຼຽວ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ, ຄວາມສາມັກຄີເປັນຈິດໜຶ່ງໃນດຽວກັນຂອງປະຊາຊົນຫວຽດນາມ ວິລະຊົນ. ພາຍຫຼັງການຕໍ່ສູ້ເປັນຫຼາຍສີບປີ, ກອງທັບ ແລະ ປະຊາຊົນຫວຽດນາມ ມີຄວາມເຂັ້ມແຂງຂຶ້ນ, ຍິ່ງຕີທັງຍິ່ງຮັບໄຊຊະນະ, ກ້າວໄປເຖິງການໂຄ່ນລົ້ມລະບອບຫຸ່ນ ໄຊງ່ອນ ແລະ ຍາດເອົາອຳນາດການປົກຄອງຄືນໃໝ່, ທ້ອນໂຮມປະເທດຊາດເປັນເອກະພາບໃນວັນທີ 30 ເມສາ 1975. ໄຊຊະນະປະຫວັດສາດດັ່ງກ່າວແມ່ນມີຄວາມໝາຍອັນໃຫຍ່ຫຼວງທີ່ມີຕໍ່ການປະຕິວັດລາວ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງກ່າວວ່າ.

 (ສຽງຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

TAG
VOV/VOVworld/ສະຫຼາດສະຫຼຽວ/ສະຫຼາດສ່ອງໄສ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ