logo

ໄທ - ກຳ​ປູ​ເຈຍ ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

2025/10/19 | 09:15:41
(VOVWORLD) - ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.
ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ (ພາບ:Mfaic)

ການປຶກສາຫາລືຄັ້ງທີ 4 ລະຫວ່າງ ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ດຳເນີນໃນວັນທີ 17 ຕຸລາຢູ່ Kuala Lumpur, ມາເລເຊຍ ບັນລຸໄດ້ບັນດາບາດກ້າວສຳຄັນໃນຄວາມມານະພະຍາຍາມ ຟື້ນຟູການພົວພັນສອງຝ່າຍລະຫວ່າງ ໄທ ແລະ ກຳປູເຈຍ. ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.

ສ່ວນຝ່າຍກຳປູເຈຍ, ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 18 ຕຸລາ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວາ ຂໍ້ຕົກລົງສັນຕິພາບລະຫວ່າງສອງປະເທດ ທີ່ຈະໄດ້ຮັບການລົງນາມ ຈະ ຊ່ວຍໃຫ້ກຳປູເຈຍ ແລະ ໄທຫັນການພົວພັນເປັນປົກກະຕິ, ມຸ່ງໄປເຖິງການຮ່ວມດຳລົງຊີວິດທີ່ມີຄວາມສັນຕິພາບ ຄືບັນດາປະເທດບ້ານໃກ້ເຮືອນຄຽງ.

TAG
VOV/VOVworld/ໄທ/ກຳ​ປູ​ເຈຍ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ